ເສດຖະສາດ

 ສາລະບານ

ບົດທີ 1: ເປົ້າໝາຍ ແລະ ວິທີຄົ້ນຄ້ວາຂອງ ເສດຖະສາດການເມືອງ ມາກ - ເລນິນ
I.                   ການຜະລິດສິ່ງຂອງ ຂອງສັງຄົມມະນຸດ.
II.                ເປົ້າໝາຍ ແລະ ວິທີຄົ້ນຄ້ວາຂອງ ເສດຖະສາດການເມືອງ ມາກ - ເລນິນ.
ບົດທີ 2: ການຜະລິດສິນຄ້າ - ຕົ້ນກຳເນີດຂອງລັດທິທຶນນິຍົມ.
I.              ເງື່ອນໄຂກຳເນີດ, ການຄົງຕົວຂອງການຜະລິດສິນຄ້າ.
II.            ສິນຄ້າ.
III.           ເງີນຕາ.
IV.          ກົດເກນຄຸນຄ່າ,ແກ້ງແຍ້ງ ແລະ ສະໜອງ - ຕວາມຕ້ອງການ.
V.           ຕະຫຼາດ.
VI.          ການກຳເນີດຂອງແບບວິທີການຜະລິດທຶນນິຍົມ.
ບົດທີ 3:          ເສດຖະສາດການເມືອງພາກລະບອບປະຊາທິປະໄຕປະຊາຊົນກ້າວຂື້ນສັງຄົມນິຍົມ.     (ສະໄໝຂ້າມຜ່ານກ້າວຂື້ນສັງຄົມນິຍົມໂດຍບໍ່ຜ່ານລະບອບທຶນນິຍົມຢູ່ປະເທດເຮົາ).
I.                   ທັດສະນະຂອງ ທ່ານ ກາກ ມາກ   ຟ. ອັງແກນ ກ່ຽວກັບສະໄໝ່ຂ້າມຜ່ານ  ກ້າວຂື້ນ
ສັງຄົມນິຍົມ.
II.                ທັດສະນະຂອງ ທ່ານ ເລນິນ  ກ່ຽວກັບສັງຄົມນິຍົມແລະສະໄໝ່ຂ້າມຜ່ານ  ກ້າວຂື້ນ
ສັງຄົມນິຍົມ,ແຜນການສ້າງສັງຄົມນິຍົມ.
ບົດທີ 4: ການຫັນເປັນອຸດສາຫະກຳແລະຫັນເປັນທັນສະໄໝໃນພື້ນຖານເສດຖະກິດແຫ່ງຊາດ.
I.              ລັກສະນະພາວະວິໄສ ແລະ ຄຸນປະໂຫຍດຂອງການຫັນເປັນອຸດສາຫະກຳແລະຫັນເປັນ
ທັນສະໄໝຢູ່ປະເທດເຮົາ.
II.            ຈຸດໝາຍ, ທັດສະນະພື້ນຖານ ແລະ ເນື້ອໃນຂອງການຫັນເປັນອຸດສາຫະກຳ,ຫັນເປັນ
ທັນສະໄໝ ໃນພື້ນຖານເດຖະກິດຢູ່ປະເທດເຮົາໃນຊຸມປີຕໍ່ໜ້າ.
III.           ບັນດາປັດໃຈ ແລະ ເງື່ອນໄຂທີ່ຈຳເປັນ ໃຫ້ແກ່ ການຫັນເປັນອຸດສະຫະກຳ  ຫັນເປັນ
ທັນສະໄໝ.
ບົດທີ 5: ການເງີນ,ສິນເຊື່ອ,ທະນາຄານ ໃນສະໄໝຂ້າມຜ່ານກ້າວຂື້ນສັງຄົມນິຍົມຢູ່ປະເທດເຮົາ.
I.              ການເງີນ.
II.            ສິນເຊື່ອ.
III.           ທະນາຄານ.
ທ່ານ ທອງຫຼໍ່ ວິໄລທອງ
ບົດທີ 1:
ເປົ້າໝາຍ ແລະ ວິທີຄົ້ນຄ້ວາຂອງ ເສດຖະສາດການເມືອງ ມາກ - ເລນິນ
ເສດຖະສາດການເມືອງ ມາກ - ເລນິນ ແມ່ນວິຊາວິທະຍາສາດສັງຄົມ,  ແມ່ນພາກສ່ວນໜຶ່ງ ປະກອບ
ເປັນລັດທ  ມາກ - ເລນິນ,  ເຊິງແມ່ນ ທ່ານ ກາກ ມາກ ແລະ ທ່ານ ຟຣິດຣິກ ອັງແກນ ສ້າງຂື້ນ, ບົນພື້ນຖານ
ການຕຳນິ  ວິຈານ ແລະ ເລືອກເຟັ້ນ  ເອົາ ບັນດາປັດໃຈ  ວິທະຍາສາດ  ຈາກບັນດາແນວຄິດ   ເສດຖະສາດ
ການເມືອງ.    ທຶນນິຍົມສະໄໝເກົ່າ ແລະ ກໍ່ແມ່ນ   ທ່ານ  ວ.ອ  ເລນິນ  ເປັນຜູ້ສຶບຕໍ່ ຜັນຂະຫຍາຍໃນເງື່ອນ
ໄຂໃໝ່. ( ຄຳສັບ !! ເສດຖະສາດການເມືອງ !! ຖືກສ້າງຊື່ໂດຍແມ່ນນັກເສດຖະສາດຄົນຝຣັ່ງເສດທີ່ຊື່ວ່າ: ອັງຕວນ ມົງກະເລຈຽນ Antoine Monteretien ສ້າງປີ 1615.
          ເສດຖະສາດການເມືອງແມ່ນ:  ວິທະຍາສາດ ທີ່ຄົ້ນຄ້ວາ  ກ່ຽວກັບ ກົດເກນ ທີ່ດັດສົມ  ພື້ນຖານເສດ
ຖະກິດຂອງສັງຄົມ,  ມັນຄົ້ນຄ້ວາບັນດາ  ການພົວພັນສັງຄົມ, ລະຫວ່າງ  ຄົນ ກັບ ຄົນ ທີ່ເກີດຂື້ນໃນຂະບວນ
ວິວັດ  ແຫ່ງການຜະລິດວັດຖຸສີ່ງຂອງ ຫຼື ເວົ້າອີກຢ່າງໜື່ງ ແມ່ນ ການຄົ້ນຄ້ວາກ່ຽວກັບ  ລະບອບສັງຄົມ ຂອງ
ການຜະລິດ.
I.             ການຜະລິດສິ່ງຂອງ ຂອງສັງຄົມມະນຸດ.
1.   ການຜະລິດວັດຖຸສິ່ງຂອງແມ່ນພື້ນຖານຂອງຊີວິດສັງຄົມ.
+   ການຜະລິດວັດຖຸສີ່ງຂອງ  ແມ່ນພື້ນຖານຂອງຊີວິດສັງຄົມ ກໍ່ຍ້ອນວ່າ:    ຄົນເຮົາຢາກຄົງຕົວ ແລະ
ຂະຫຍາຍຕົວ,  ກ່ອນອື່ນໝົດຕ້ອງມີ  ອາຫານການກິນ, ເຄື່ອງນຸ່ງຫົມ, ມີເຮືອນຢູ່ ແລະ ມີວັດຖຸສີ່ງຂອງ ທີຈຳ
ເປັນອື່ນໆ.  ເຄື່ອງບໍລິໂພກຕ່າງໆ  ທີ່ຕ້ອງການສຳລັບຄົນເຮົາບໍ່ອາດຈະມີໂດຍສຳເລັດຮູບໃນທຳມະຊາດ,ສີ່ງ
ເຫລົ່ານັ້ນແມ່ນເກີດຂື້ນ ມາຈາກການອອກແຮງງານຂອງຄົນ, ມາຈາກການຜະລິດ ແລະ ການຜະລິດ  ຢ່າງບໍ່
ຢຸດເຊົາ , ດ້ວຍຂະໜາດນັບມື້ນັບເປີດກ້ວາງ, ເພາະຖ້າການເຄື່ອນໄຫວຜະລິດ  ຫາກຢຸດເຊົາ ສັງຄົມ ກໍ່ຈະບໍ່
ຄົງຕົວ. ການຜະລິດວັດຖຸເວລາໃດກໍ່ມີຄຸນລັກສະນະປະຈຳຕົວ ອັນໜື່ງເຊີງມັນແມ່ນ ຂະບວນວິວັດແຫ່ງການ
ກະທົບ ເຊິງກັນແລະກັນ ລະຫວ່າງຄົນ ກັບ ທຳມະຊາດ,ໃນນັ້ນ ຄົນເຮົາເປັນຜູ້ຫັນປ່ຽນສິ່ງທີ່ມີໃນທຳມະຊາດ
ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕົນ.
2.   ປັດໃຈສາມຢ່າງແຫ່ງຂະບວນວິວັດການອອກແຮງງານຜະລິດ
ຂະບວນວິວັດການອອກແຮງງານຜະລິດ ແມ່ນ ການສົມທົບລະຫ່ວາງ 3 ປັດໃຈຄື:ແຮງງານ,ເປົ້າໝາຍ
ແຮງງານ, ພາຫະນະອອກແຮງງານ.
ການອອກແຮງງານ  ແມ່ນ ການເຄື່ອນໄຫວທີ່ມີຈຸດປະສົງ ແລະ ມີສະຕິຂອງຄົນ ແນ່ໃສ່  ຫັນປ່ຽນ
ສິ່ງທີ່ມີໃນທຳມະຊາດມາຮັບໃຊ້ໃຫ້ແກ່ຄົນເຮົາ.
ເປົ້າໝາຍແຮງງານ  ແມ່ນສິ່ງຕ່າງໆ ທີ່ແຮງງານຂອງຄົນເຮົາກະທົບໃສ່ ,  ມັນຄົງຕົວ   ພາຍໃຕ້  2
ຮູບການ;  ສິ່ງທີ່ມີໃນທຳມະຊາດ  ເຊິ່ງຄົນເຮົາປຸງແຕ່ງ ໃຫ້ກາຍເປັນ  ຜະລິດຕະພັນເຊັ່ນ: ໄມ້ໃນທຳມະຊາດ, ແຮ່ທາດໃນດິນ, ປ່າໄມ້, ແມ່ນ້ຳລຳເຊ ແລະອື່ນໆ. ບັນດາວັດຖຸທີ່ໄດ້ຜ່ານການອອກແຮງງານແລ້ວ(ວັດຖຸດິບ)
          + ພາຫະນະການອອກແຮງງານ:    ແມ່ນສິ່ງຂອງທັງໝົດທີ່ຄົນເຮົາໃຊ້ ເປັນເຄື່ອງມື  ເພື່ອກະທົບໃສ່
ເປົ້າໝາຍການອອກແຮງງານແລະເຮັດໃຫ້ເປົ້າໝາຍນັ້ນມີການປ່ຽນແປງ.
          ການຈຳແນກລະຫວ່າງ  ພາຫະນະອອກແຮງງານ ກັບ ເປົ້າໝາຍແຮງງານ ແມ່ນ    ມີລັກສະນະທຽບ
ຖານ, ວັດຖຸໜຶ່ງໆ ຈະເປັນເປົ້າໝາຍແຮງງານ ຫຼື ຈະເປັນພາຫະນະອອກແຮງງານນັ້ນ ແມ່ນ  ຂື້ນກັບ ວ່າມັນ
ເຮັດພາລະບົດບາດໃດ ຢູ່ໃນຂະບວນວິວັດແຫ່ງການຜະລິດ   ຕົວຢ່າງ: ຄວາຍໂຕໜຶ່ງ,  ຖ້າເຮົາໃຊ້ມັນ  ເພື່ອ
ແກ່ໄຖ ເວລານີ້ມັນຈະເປັນພາຫະນະການອອກແຮງງານ,   ແຕ່ກົງກັນຂ້າມ ຖ້າເຮົາເອົາຄວາຍໂຕນັ້ນ ໄປຂ້າ
ເພື່ອເອົາຊີ້ນມັນ ກາຍເປັນເປົ້າໝາຍແຮງງານ.
3.   ແບບວິທີການຜະລິດສັງຄົມ.
ແບບວິທີການຜະລິດ ແມ່ນ ແບບວິທີການຂຸດຄົ້ນການຜະລິດ   ບັນດາວັດຖຸສິ່ງຂອງ ອັນຈຳເປັນ    ໃຫ້
ສັງຄົມຄົງຕົວ ແລະ ຂະຫຍາຍຕົວ, ວິທີການຜະລິດ ມີສອງດ້ານ:
ກ.  ກຳລັງການຜະລິດ:
ກຳລັງການຜະລິດ   ແມ່ນ ການນຳໃຊ້ບົດຮຽນ, ປະສົບການ, ສະຕິປັນຍາ    ນັບທັງກຳລັງກາຍ   ແລະ ມັນສະໜອງ  ຂອງຜູ້ອອກແຮງງານ ບວກກັບ ພາຫະນະການຜະລິດ  ກະທົບໃສ່ ເປົ້າໜາຍແຫ່ງການ  ອອກ
ແຮງງານ  ເພື່ອຜະລິດວັດຖຸສິ່ງຂອງ  ຕອບສະໜອງຄວາມຕ້ອງການຂອງຄົນ.      ບັນດາປັດໃຈ  ທັງໜົດນັ້ນ
ເອີ້ນວ່າ: ກຳລັງການຜະລິດ, ເມື່ອເວົ້າເຖີງກຳລັງການຜະລິດແມ່ນ  ໜາຍເຖີງການພົວພັນ     ລະຫວ່າງ  ຄົນ
ກັບ ທຳມະຊາດ.
ຂ. ການພົວພັນການຜະລິດ.
ການພົວພັນການຜະລິດ ແມ່ນ ການພົວພັນລະຫວ່າງ ຄົນ ກັບ ຄົນ ໃນຂະບວນວິວັດແຫ່ງການຜະລິດ,
ແຈກຢາຍ, ແລກປ່ຽນ ແລະ ໃຊ້ສອຍວັດຖຸສິ່ງຂອງນັ້ນ. ຮູບແບບການພົວພັນການຜະລິດ  ປຽ່ນແປງໄປຕາມ
ການແກ້ໄຂບັນຫາຕ່າງໆທີ່ວ່າ: ໃຜເປັນເຈົ້າກຳມະສິດ  ກຽ່ວກັບ ພາຫະນະການຜະລິດ?  ການຈັດຕັ້ງ   ການ
ຜະລິດ?   ໜາກຜົນຂອງການຜະລິດຂຶ້ນກັບໃຜ ແລະ ຮັບໃຊ້ຜົນປະໂຫຍດຂອງໃຜ?         ເວົ້າອີກແນວໜຶ່ງ
ການພົວພັນ ການຜະລິດ ລວມມີ ສາມດ້ານຄື:
  -  ການພົວພັນລະຫວ່າງ ຄົນ ກັບ ຄົນ ໃນການຄອບຄອງພາຫະນະການການຜະລິດ ( ສະແດງອອກ
ຢູ່ລະບອບກຳມະສິດ ຫລື ຮູບການກຳມະສິດກຽ່ວກັບ ພາຫະນະການຜະລິດ )
  -  ການພົວພັນລະຫວ່າງ  ຄົນ ກັບ ຄົນໃນການຈັດຕັ້ງຄຸ້ມຄອງການຜະລິດ ແລະການແລກປຽ່ນການ
ເຄື່ອນໄຫວ ( ສະແດງອອກຢູ່ໃນສະຖານທີ່ຕ່າງກັນຂອງບັນດາຊັ້ນຄົນໃນສັງຄົມທີ່ມີຊົນຊັ້ນ )
  -  ການພົວພັນລະຫວ່າງຄົນ ໃນການແຈກຢາຍ ຜະລິດຕະພັນ ( ສະແດງອອກຢູ່ໃນລະບອບ   ແຈກ
ຢາຍ ຫລື ຮູບການແຈກຢາຍ ຜະລິດຕະພັນ ) ໃນສາມດ້ານເທີງນີ້  ໃນດ້ານການພົວພັນ    ກຳມະສິດ ຕໍ່ ກັບ
ພາຫະນະການຜະລິດ  ແມ່ນ ດ້ານຕົ້ນຕໍ  ມີລັກສະນະຕັດສິນ .
  ສັງລວມແລ້ວ  ດ້ານເສດຖະກິດການເມືອງ  ຄົ້ນຄ້ວາ ການຜະລິດ ບໍ່ພຽງແຕ່ຄົ້ນຄ້ວາ  ຂະບວນການ
ຜະລິດເທົ່ານັ້ນ ແຕ່ຍັງ ຄົ້ນຄ້ວາ ຂະບວນການວິວັດແຫ່ງການຜະລິດ   ຕາມຄວາມໝາຍກ້ວາງ ໝາຍຄວາມ
ວ່າ: ຕ້ອງກວມເອົາບັນດາຂອດຕ່າງໆ ເຊັນ:  ການຜະລິດ, ການແຈກຢາຍແລກປ່ຽນ ແລະ ໃຊ້ສອຍອີກດ້ວຍ
ແຕ່ໃນບັນດາຂອດເຫຼົ່ານັ້ນ ການໃຊ້ສອຍ ແມ່ນ ຈຸດປະສົງຂອງການຜະລິດ, ມັນຂຶ້ນກັບ   ການຜະລິດ, ການ
ຜະລິດມີບົດບາດ ຕັດສິນໃນການແຈກຢາຍ, ແລກປ່ຽນ ແລະ ໃຊ້ສອຍ ສ່ວນການແຈກຢາຍ ແລະການແລກ
ປ່ຽນນັ້ນ ມັນແມ່ນສອງຂອດທີ່ຈຳເປັນ ເພື່ອເຊື່ອມຕໍ່ລະຫ່ວາງການຜະລິດ ແລະ ການໃຊ້ສອຍ.       
II.          ເປົ້າໝາຍ ແລະ ວິທີຄົ້ນຄ້ວາຂອງ ເສດຖະສາດການເມືອງ ມາກ - ເລນິນ.
1.   ເປົ້າໝາຍຄົ້ນຄ້ວາຂອງເສດຖະສາດການເມືອງມາກ-ເລນິນ
 +  ເສດຖະສາດການເມືອງແມ່ນ ຄົ້ນຄ້ວາການພົວພັນສັງຄົມທີ່ເກີດຂື້ນ ໃນຂະບວນວິວັດການຜະລິດ ແລະ ການຜະລິດ ສຳລັບວັດຖຸສິ່ງຂອງ ແລະ ບົ່ງບອກບັນດາກົດເກນທີ່ດັດສົມ  ການຜະລິດແຈກຢາຍ,
ແລກປ່ຽນ ແລະ ໃຊ້ສອຍ ຢູໃນຂະບວນວິວັດການຂະຫຍາຍຕົວ ຂອງ ຂະບວນວິວັດມະນຸດ ແຕ່ເສດຖະສາດ
ການເມືອງບໍ່ໄດ້ ຄົ້ນການພົວພັນການຜະລິດດ້ານດຽວ ຫາກຄົ້ນຄ້ວາມັນ ໃນສາຍພົວພັນ ແລະ  ການກະທົບ
ເຊິງກັນແລະກັນ ລະຫ່ວາງ ການພົວພັນການຜະລິດ ກັບ ກຳລັງການຜະລິດ ແລະ ໂຄ່ງບົນ.      ການພົວພັນ
ການຜະລິດຕ້ອງສອດຄ່ອງ ກັບ ກຳລັງການຜະລິດ, ການພົວການຜະລິດ ມີການກະທົບຄືນໃສ່   ການຜະລິດ
ຊຸກຍູ້ຫຼືຈ້ອງດຶງການຂະຫຍາຍຕົວຂອງກຳລັງການຜະລິດ.
+  ເສດຖະສາດການເມືອງ ບໍ່ຄົ້ນຄ້ວາເປົ້າໝາຍແຮງງານ ແລະ ພາຫະນະອອກແຮງງານ,     ຫາກ
ຄົ້ນຄ້ວາ ການຂະຫຍາຍຕົວຂອງກຳລັງການຜະລິດ  ເພື່ອຊີ້ໃຫ້ເຫັນ  ກຳລັງການຜະລິດ   ເປັນປັດໃຈຕັດສິນ
ການຄົງຕົວ ແລະ ຂະຫຍາຍຕົວການພົວພັນການຜະລິດ.
+  ເສດຖະສາດການເມືອງ ບໍ່ຄົ້ນຄ້ວາວັດຖຸສິ່ງຂອງ, ຫາກຄົ້ນຄ້ວາ ການພົວພັນລະຫ່ວາງ ຄົນ  ກັບ
ຄົນໃນການຜະລິດ, ແຈກຢາຍ, ແລກປ່ຽນ ແລະໃຊ້ສອຍວັດຖຸເຫຼົ່ານັ້ນ.
+ ເສດຖະສາດການເມືອງຍັງຄົ້ນຄ້ວາ ສາຍກ້ຽວພັນລະຫ່ວາງການພົວພັນການຜະລິດ ກັບ ໂຄ່ງບົນ
ໃນລະດັບອັນແນ່ນອນ,  ເພາະວ່າການພົວພັນການຜະລິດ  ເປັນພື້ນຖານໃຫ້ແກ່    ໂຄ່ງບົນ ແລະ ໂຄ່ງລ່າງ, ແມ່ນ ການພົວພັນທາງດ້ານການເມືອງ, ກົດໝາຍ ແລະ ອື່ນໆ  ກໍ່ກະທົບຄືນໃສ່ການພົວພັນການຜະລິດ.
ເສດຖະສາດການເມືອງຄົ້ນຄ້ວາ  ການແລກປ່ຽນ ການພົວພັນການຜະລິດ ທີ່ເກີດຂື້ນຢູ່ໃນ   ປະຫັວດສາດ
ສັງຄົມ ເມື່ອມີການຫັນປ່ຽນ. ຈາກຮູບຖານເສດຖະກິດສັງຄົມໄປ ສູ່ ຮູູບຖານເສດຖະກິດ-ສັງຄົມ ນຶ່ງອີກ.
2.   ວິທີຄົ້ນຄ້ວາຂອງເສດຖະສາດການເມືອງ ມາກ - ເລນິນ
+  ວິທີການຄົ້ນຄ້ວາແມ່ນ: ທ່ານ ກາກ ມາກ ໄດ້ໃຊ້ວິທີ ນາມມະທຳວິທະຍາສາດ;ວັດຖຸປະຫັວດສາດ;
ໂລຊິກ; ວິໄຈ - ໄຈ້ແຍກ, ທ້ອນໂຮມ, ສັງລວມ.
          ວິທີນາມມະທຳວິທະຍາສາດ  ແມ່ນ:  ວິທີຄົ້ນຄ້ວາຂະບວນການວິວັດ ແລະ ປະກົດການຕ່າງໆ ໂດຍ
ປະຖີ້ມອັນໂດດດ່ຽວ, ບັງເອີ້ນ ແລະ ຊົ່ວຄ່າວ ຫຼື ຍົກເວັ້ນປັດໃຈໃດໜຶ່ງ  ເພື່ອຊອກເຫັນ  ຂະບວນວິວັດ ແລະ
ປະກົດການທີ່ໝັ້ນຄົງ ປົກກະຕິ ຢູ່ໃນຂະບວນວິວັດ ແລະ ປະກົດການເຫຼົ່ານັ້ນ.
3.   ຄວາໝາຍຂອງການຮຽນວິຊາເສດຖະສາດການເມືອງ ມາກ - ເລນິນ.
ກ.  ການພົວພັນລະຫວ່າງເສດຖະສາດການເມືອງມາກ-ເລນິນ ແລະ ເສດຖະສາດອື່ນໆ.
ເສດຖະສາດການເມືອງ  ມີການພົວພັນຢ່າງຊະນິດແໜ້ນກັບເສດຖະສາດອື່ນໆຄື: ເສດຖະສາດຈຸລະ
ພາກ, ເສດຖະສາດມະຫາພາກ, ເສດຖະສາດພັດທະນາ, ເສດຖະສາດສາທາລະນະ, ເສດຖະສາດບໍລິຫານ
ທຸລະກິດ...     ທັງໝົດນັ້ນລ້ວນແຕ່ຄົ້ນຄ້ວາບັນຫາພື້ນຖານການຜະລິດສັງຄົມ, ບັນຫາເຮັດໃຫ້ວັດຖຸສິ່ງຂອງ
ເພີມຂື້ນ ແລະ ຄວາມຮັ່ງມີໃຫ້ສັງຄົມ.
          ຂ.  ຄວາມໝາຍສຳຄັນຂອງການຮຽນ   ວິຊາເສດຖະສາດການເມືອງ ມາກ - ເລນິນ ມີຄວາມໝາຍ
ສຳຄັນຫຼາຍດ້ານ,  ຊ່ວຍໃຫ້ເຮົາກຳໄດ້ ບັນດາ  ມາດຕະເກນ ກົດເກນເສດຖະກິດ, ເປັນພື້ນຖານຊ່ວຍ  ໃຫ້ຜູ້
ຮຽນ ມີຈີນຕະນາການ ດ້ານເສດຖະກິດ ພ້ອມນັ້ນຍັງເປັນພື້ນຖານທາງດ້ານທິດສະດີ ໃຫ້ການກຳນົດແນວ
ທາງນະໂຍບາຍພັດທະນາເສດຖະກິດ ສິນຄ້າຫຼາຍພາກສ່ວນ, ເຄື່ອນໄຫວຕາມກົນໄກຕະຫຼາດ, ຕາມທິດ
ສັງຄົມນິຍົມຢູ່ປະເທດເຮົາໃນປັດຈຸບັນ.
          ວິຊາເສດຖະສາດການເມືອງ ຊ່ວຍໃຫ້ຜູ້ຮຽນເຂົ້າໃຈການປ່ຽນແປງ ຂອງແບບວິທີການຜະລິດ, ຮູບ
ຖານເສດຖະກິດສັງຄົມ ແມ່ນ ຄວາມຈຳເປັນພາວະວິໄສ, ແມ່ນກົດເກນປະຫວັດສາດ, ມີຄວາມເຊື່ອໝັ້ນ
ຢ່າງເລິກເຊິງຕໍ່ກັບເສັ້ນທາງກ້າວຂື້ນ ສັງຄົມນິຍົມທີ່ພັກ ແລະ ປະຊາຊົນເຮົາ ໄດ້ເລືອກໄວ້ນັ້ນແມ່ນ ເສັ້ນທາງ
ທີ່ແນ່ໃສ່ເປົ້າໝາຍ: ປະຊາຊົນຮັ່ງມີ,ປະເທດຊາດເຂັ້ມແຂງ,ສັງຄົມມີຄວາມຍຸດຕິທຳແລະສີວິໄລ.





ຄຳຖາມຄົ້ນຄ້ວາ
1.     ບົດບາດຂອງການຜະລິດ ແລະ ປັດໄຈພື້ນຖານຂອງຂະບວນວິວັດມີຄືແນວໃດ?
2.    ຈົ່ງອະທິບາຍເປົ້າໝາຍ ແລະ ວິທີຄົ້ນຄ້ວາເສດຖະສາດການເມືອງ ມາກ-ເລນິນ?
ບົດທີ 2:
ການຜະລິດສິນຄ້າ - ຕົ້ນກຳເນີດຂອງລັດທິທຶນນິຍົມ.
I.       ເງື່ອນໄຂກຳເນີດ, ການຄົງຕົວຂອງການຜະລິດສິນຄ້າ.
1.   ການຜະລິດສິນຄ້າ,ເງື່ອນໄຂກຳເນີດການຜະລິດສິນຄ້າ.
ການຜະລິດສິນຄ້າ ແມ່ນການຜະລິດເພື່ອຂາຍ ຫຼືເວົ້າອີກຢ່າງໜຶ່ງ ການຜະລິດສິນຄ້າແມ່ນຮູບແບບ
ການຜະລິດ ໃນນັ້ນ,ຜະລິດຕະພັນອອກມາ ບໍ່ແມ່ນຕອບສະໜອງຄວາມຕ້ອງການໂດຍກົງຂອງຜູ້ຜະລິດ,
ແຕ່ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ຂອງຄົນອື່ນ ໂດຍຜ່ານການແລກປ່ຽນ ຊື້ - ຂາຍ.
ສາຍເຫດການແບ່ງງານຂອງການຜະລິດ
          -  ການລ້ຽງສັດ             ແຍກອອກ        ການປູກຝັງ.
          -  ກະສິກຳ                 ແຍກອອກ        ຫັດທະກຳ.
          -  ການຄ້າ                  ແຍກອອກ        ການຜະລິດ.
          ການຜະລິດສິນຄ້າກຳເນີດ,ຄົງຕົວບົນພື້ນຖານສອງເງື່ອນໄຂ:
ໜຶ່ງ:    ການແບ່ງງານສັງຄົມ ແມ່ນການຫັນການຜະລິດໃຫ້ກາຍເປັນວິຊາສະເພາະ,ກາຍເປັນຫຼາຍຂະແໜງ
ການທີ່ແຕກຕ່າງກັນ. ຍ້ອນມີການແບ່ງງານສັງຄົມແຕ່ລະຄົນຈຶ່ງຜະລິດພຽງແຕ່ຜະລິດຕະພັນດ່ຽວ ແຕ່ເຂົາ
ເຈົ້າພັດມີຄວາມຕ້ອງການ ການຜະລິດຕະພັນຫຼາຍຢ່າງທີ່ແຕກຕ່າງກັນ, ສະນັ້ນ ເຂົາເຈົ້າຈິງຕ້ອງແລກປ່ຽນ
ການເຄື່ອນໄຫວນຳກັນ ພາຍໃຕ້ຮູບການແລກປ່ຽນສິນຄ້ານຳກັນ. ການແບ່ງງານສັງຄົມ ແມ່ນ ພື້ນຖານ,
ເງື່ອນໄຂຂອງການຜະລິດສິນຄ້າ. ການແບ່ງງານສັງຄົມຍິ່ງຂະຫຍາຍຕົວ,ການຜະລິດ ແລະ ການແລກປ່ຽນ
ສິນຄ້າຍິ່ງເປີດກວ້າງ,ສິນຄ້າມີຫຼາຍຮູບ,ຫຼາຍແບບອຸດົມສົມບູນຂື້ນ.
ສອງ:   ການຕັດແຍກທີ່ມີລັກສະນະທຽບຖານທາງດ້ານເສດຖະກິດຂອງຄົນໃນການຜະລິດ.
ການຕັດແຍກນີ້ກຳເນີດຂື້ນຈາກການພົວພັນກຳມະສິດຕ່າງກັນ ແລະ ການຂະຫຍາຍຕົວຂອງການຫັນສັງຄົມ
ຢູ່ໃນລະດັບແຕກຕ່າງກັນ ຂອງກຳມະສິດຕໍ່ກັບພາຫະນະການຜະລິດ. ສະນັ້ນ,ຜະລິດຕະພັນອອກມາ  ແມ່ນ
ຂື້ນກັບສິດກຳມະສິດ ຫຼື ການຄອບຄອງຂອງເຂົາ, ຜູ້ນີ້ຢາກຊົມໃຊ້ຜະລິດຕະພັນແຮງງານຂອງຄົນອື່ນຕ້ອງ
ຜ່ານການແລກປ່ຽນ, ຊື້, ຂາຍສິນຄ້າ.
2.   ທ່າດີຂອງການຜະລິດສິນຄ້າ.
ທຽບໃສ່ການຜະລິດກຸ້ມຕົນເອງ, ເພິ່ນຕົນເອງ, ການຜະລິດສິນຄ້າມີທ່າດີກ່ວາ, ນັ້ນແມ່ນ:
ໜຶ່ງ:   ການຜະລິດສິນຄ້າກຳເນີດຂື້ນບົນພື້ນຖານການແບ່ງງານສັງຄົມ, ຫັນການຜະລິດເປັນວິຊາສະເພາະ
ສະນັ້ນ ມັນຂຸດຄົ້ນໄດ້ທ່າແຮງທາງດ້ານທຳມະຊາດ, ສັງຄົມ, ເຕັກນິກ ຂອງແຕ່ລະຄົນ,  ແຕ່ລະສະຖານທີ່
ກໍ່ຄື ແຕ່ລະເຂດ ແຕ່ລະທ້ອງຖິ່ນ ເຮັດໃຫ້ການຜະລິດ ແລະ ການແລກປ່ຽນສິນຄ້າເປີດກ້ວາງ.
ສອງ: ໃນພື້ນຖານການຜະລິດສິນຄ້າ ຂະໜາດການຜະລິດ ບໍ່ຖືກກຳຈັດ ແຕ່ຍັງໄດ້ຮັບ     ການເປີດກ້ວາງ
ບົນພື້ນຖານຄວາມຕ້ອງການ ແລະ ກຳລັງແຮງສັງຄົມ, ບັນຫານັ້ນ ຍັງສ້າງເງື່ອນໄຂສະດວກໃຫ້ແກ່ການນຳ
ໃຊ້ບັນດາຜົນສຳເລັດຂອງວິທະຍາສາດ - ເຕັກນິກ ເຂົ້າສູຸ່ການຜະລິດ ຊຸກຍູ້ການຜະລິດຂະຫຍາຍຕົວ.
ສາມ:  ໃນພື້ນຖານການຜະລິດສິນຄ້າ, ການກະທົບບັນດາ ກົດເກນທີ່ມີມາພ້ອມ ກັບ ການຜະລິດແລະແລກ
ປ່ຽນສິນຄ້າ ຄືກົດເກນຄຸນຄ່າ, ກົດເກນການສະໝອງຄວາມຕ້ອງການ, ກົດເກນການແກ່ງແຍ່ງ...ບັງຄັບໃຫ້ຜູ້
ຜະລິດເວລາໃດກໍ່ຕ້ອງສະດຸ້ງໄວ, ມີການໄລ່ລຽງ, ດັດແປງເຕັກນິກ ຫັນປ່ຽນເຕັກນິກໃຫ້ສອດຄ່ອງກັບ  ການ
ຜະລິດ, ຍົກສູງສະມັດຖະພາບ, ຄຸນນະພາບ ແລະ ປະສິດທິຜົນເສດຖະກິດ.
ສີ່:   ການຜະລິດສິນຄ້າຂະຫຍາຍຕົວ  ເຮັດໃຫ້ ຊີວິດ ດ້ານວັດຖຸ, ວັດທະນາທຳ, ຈິດໃຈກໍ່ໄດ້ຮັບການຍົກສູງ
ແລະ ອຸດົມສົມບູນຂຶ້ນ. ແຕ່ຄຽງຄູ່ກັນດ້ານຕັ້ງໜ້າ, ການຜະລິດສິນຄ້າຍັງມີດ້ານກົງກັນຂ້າມ ຄື ການຜັນແຍກ
ຂົ້ວຮັ່ງ - ຂົ້ວທຸກ, ເຊື່ອງຊ້ອນຄວາມສາມາດຂອງວິກິດການ, ທຳລາຍສະພາບແວດລ້ອມສັງຄົມ.
II.     ສິນຄ້າ.
1.   ສິນຄ້າ ແລະ ລັກສະນະປະຈຳຕົວສອງຢ່າງຂອງສິນຄ້າ.
ສິນຄ້າ  ແມ່ນຜະລິດຕະພັນແຮງງານເຊ່ິງສາມາດຕອບສະໜອງ ຄວາມຕ້ອງການໃດນຶ່ງຂອງຄົນ ແລະ
ໃຊ້ເພື່ອແລກປ່ຽນ, ຊື້, ຂາຍ. ສິນຄ້າມີສອງຊະນິດຄື: ຊະນິດເປັນວັດຖຸພັນ ແລະ ທີ່ບໍ່ເປັນວັດຖຸພັນ.
ຊະນິດວັດຖຸພັນຄື: ສະບຽງອາຫານ, ເຫຼັກ, ຂາງ...
ຊະນິດບໍ່ເປັນວັດຖຸພັນຄື: ການບໍລິການ ( ການຮັບໃຊ້ ) ຂົນສົ່ງ, ການຄ້າ,ການຮັບໃຊ້ຂອງແພດໝໍ,ຄູອາຈານ
ສິນລະປິນ......
          ສິນຄ້າມີລັກສະນະປະຈຳຕົວ ສອງ ຢ່າງຄື: ຄຸນຄ່າໃຊ້ສອຍ ແລະ ຄຸນຄ່າ.
          ກ. ຄຸນຄ່າໃຊ້ສອຍຂອງສິນຄ້າ.
          ຄຸນຄ່າໃຊ້ສອຍຂອງສິນຄ້າ ແມ່ນຄຸນປະໂຫຍດຂອງສິນຄ້ານັ້ນ. ໝາຍຄວາມວ່າ ມັນສາມາດຕອບສະໜອງຄວາມຕ້ອງການໃດໜຶ່ງຂອງຄົນເຮົາ, ອາດຈະເປັນຄວາມຕ້ອງການຂອງບຸກຄົນ
ເຊ່ນ: ເຄື່ອງນຸ່ງຫົ່ມ,ເສື້ອຜ້າ,ອາຫານການກິນ,ເຄື່ອງໃຊ້ສອຍຢູ່ໃນການຜະລິດຕ່າງໆເຊ່ນ:ເຄື່ອງຈັກ,ວັດຖຸດິບ
          ຂ. ຄຸນຄ່າສິນຄ້າ.
          ຄຸນຄ່າຂອງສິນຄ້າ ແມ່ນແຮງງານສັງຄົມຂອງຜູ້ຜະລິດແອບແຝງຢູ່ໃນສິນຄ້າ ໂດຍມີຄຸນຄ່າແລກປ່ຽນ ທີ່ເປັນຮູບການສະແດງອອກເບື້ອງນອກຂອງຄຸນຄ່າ ທັງສະແດງເຖິງ ການພົວພັນ
ລະຫວ່າງ ຜູ້ຜະລິດສິນຄ້ານຳກັນ ຄົວຢ່າງ ແພ 1 ແມັດ ແລກເຂົ້າເປືອກໄດ້ 5 ກິໂລ.
2.   ລັກສະນະສອງດ້ານຂອງແຮງງານຜະລິດສິນຄ້າ
ຄື: ແຮງງານຮູບປະທຳ ແລະ ແຮງງານນາມມະທຳ.
ກ. ແຮງງານຮູບປະທຳ ແມ່ນແຮງງານທີ່ມີຄຸນປະໂຫຍດ ພາຍໃຕ້ຮູບການຕົວຈິງໃດໜຶ່ງ  ຂອງວິຊາ
ສະເພາະອັນແນ່ນອນທີ່ສາມາດຜະລິດອອກມາໄດ້ ຕົວຢ່າງ: ແຮງງານຮູບປະທຳຂອງນາຍຊ່າງ ຊ່າງໄມ້
ຄື ສາມາດຜະລິດໂຕະຕັ່ງຂື້ນມາໄດ້. ແຕ່ແຮງງານຮູບປະທຳນີ້ ມີເປົ້າໝາຍ, ຈຸດປະສົງ, ວິທີອອກແຮງງານ ສະເພາະ ມີໝາກຜົນສະເພາະ, ອັນສະເພາະນີ້ເອງ ເຮັດໃຫ້ແຮງງານຮູບປະທຳແບ່ງອອກເປັນຫຼາຍປະເພດ
ແຕກຕ່າງກັນແຮງງານຮູບປະທຳ ແມ່ນມາດຕະເກນຄົງຕົວຕະຫຼອດໄປ. ໃນແຕ່ລະຮູບຖານເສດຖະກິດ
ສັງຄົມການອອກແຮງງານຮູບປະທຳ ແມ່ນ ຂື້ນກັບລະດັບການຂະຫຍາຍຕົວຂອງເຕັກນິກ ກຳລັງການຜະລິດ
ແລະ ການແບ່ງງານໃນສັງຄົມ, ຕົວຢ່າງ: ແຮງງານຂຸດຄົ້ນແຮ່ຈານ,ໃນເມື່ອກ່ອນແມ່ນແຮງງານຫັດຖະກຳ,
 ແຕ່ມາດຽວນີ້ແມ່ນແຮງງານກົນຈັກ. ເຕັກນິກວິທະຍາສາດຍິ່ງຂະຫຍາຍຕົວ ແຮງງານຮູບປະທຳ  ຍິ່ງມີ
ອັນອຸດົມສົມບຸນຂື້ນ.
          ຂ.  ແຮງງານນາມມະທຳ:  ແມ່ນແຮງງານຂອງຜູ້ຜະລິດສິນຄ້າ ແຕ່ໄດ້ແຍກຮູບການສະແດງອອກ
ອັນລະອຽດຂອງມັນໄວ້ຕ່າງຫາກ ຍັງເຫຼືອໄວ້ຕ່າງຫາກ ເຫຼືອໄວ້ອັນລວມກ່ວາໝູ່ໜົດນັ້ນ ແມ່ນການ
ສູນເສຍກຳລັງແຮງງານ, ການສູນເສຍກຳລັງກາຍ, ປະສາດ ແລະມັນສະໝອງຂອງຄົນ ຜູ້ຜະລິດສິນຄ້າ.
( ແມ່ນສິ່ງຈັບບາຍສິນຄ້າບໍ່ໄດ້)
III.    ເງີນຕາ.
1.   ຕົ້ນກຳເນີດ,ທາດແທ້ຂອງເງີນຕາ
ງິນເປັນສິນຄ້າພິເສດທີ່ໃຊ້ທຽບຄ່າລວມໃຫ້ທຸກໆສິນຄ້າອື່ນ,ມັນເປັນການສະແດງອອກຢ່າງສັງ
ລວມຂອງຄຸນຄ່າ, ມັນສະແດງເຖິງລັກສະນະສັງຄົມແຮງງານ ແລະ ຜະລິດຕະພັນແຮງງານ ມັນສ່ອງແສງ
ເຖິງການພົວພັນສັງຄົມ,ການພົວພັນການຜະລິດ ລະຫ່ວາງ ຜູ້ຜະລິດສິນຄ້າ, ມັນກຳເນີດມາຈາກຂະບວນ
ວິວັດແຫ່ງການຂະຫຍາຍຕົວອັນຍາວນານ ຂອງການແລກປ່ຽນສິນຄ້າ.
2.   ພາລະບົດບາດຂອງເງິນແມ່ນ
- ໄມ້ຫຼາວັດແທກຄຸນຄ່າ: ປະຕິບັດບົດບາດເປັນໄມ້ຫຼາວັດແທກຄຸນຄ່າ, ເພື່ອສະແດງ ແລະວັດ
ແທກຄຸນຄ່າຂອງສິນຄ້າຕ່າງໆ. ສິນຄ້າທຸກຊະນິດລ້ວນແຕ່ສະແດງຄຸນຄ່າຂອງມັນອອກເປັນຄຳ, ເປັນເນື້ອ
ວັດຖຸຂອງຄຳ.
- ພາຫະນະການຈໍລະຈອນ:ເງິນປະຕິບັດບົດບາດເປັນພາຫະນະການຈໍລະຈອນສະແດງອອກຢູ່
ບ່ອນວ່າ:ເຂົາເຈົ້າໃຊ້ເງິນເປັນ ສື່ກາງໃນການແລກປ່ຽນສິນຄ້າ.ຈໍລະຈອນສິນຄ້າແມ່ນການແລກປ່ຽນສິນຄ້າ
ໂດຍໃຊ້ເງິນເປັນສື່ກາງ. ສູດຈໍລະຈອນສິນຄ້າງ່າຍດາຍແມ່ນ ສ-ງ-ສ (ສິນຄ້າ-ເງິນ-ສິນຄ້າ). ໃນກໍລະນີ ສິນຄ້າເຄື່ອນຍ້າຍຈາກມືຜູ້ຂາຍ ໄປສູ່ຜູ້ຊື້ໃນນັ້ນເງິນ ກໍ່ເຄື່ອນຍ້າຍຈາກມືຜູ້ຊື້ ມາສູ່ມືຜູ້ຂາຍ  ສະນັ້ນ, ໃນການຈໍລະຈອນ ແນ່ນອນຕ້ອງມີເງິນ (ຄຳແທງ ,ເງິນແທງ, ເງິນຫຼຽນ, ເງິນເຈ້ຍ,ເງິນສິນເຊື່ອ...).
-  ພາຫະນະທ້ອນແຮໄວ້: ປະຕິບັດພາລະບົດບາດທ້ອນແຮໄວ້,ເງິນຖືກຖອນຈາກຂອດຈໍລະຈອນ
ແລະ ທ້ອນແຮ່ໄວ້ຈົນກ່ວາ ຈະມີຄວາມຕ້ອງການ ຈຶ່ງຈະນຳມາຊື້ສິນຄ້າ, ຄຳ , ເງິນ. ເຄື່ອງປະດັບເອ້ ທີ່ເຮັດ
ດ້ວຍຄຳ, ເງິນຈຶ່ງສາມາດປະຕິບັດພາລະບົດບາດເປັນພາຫະນະຊຳລະສະສາງ.
-  ພາຫະນະຊຳລະສະສາງ: ໃນເມື່ອເສດຖະກິດສິນຄ້າຂະຫຍາຍຕົວເຖິງລະດັບໃດນຶ່ງທີ່ແນ່ນອນ
ຈຶ່ງໄດ້ເກີດມີການຊື້, ຂາຍແບບຕິດໜີ້ ແລະ ເງິນຈຶ່ງປະຕິບັດບົດບາດເປັນພາຫະນະສຳລະສະສາງ.
- ເງິນຕາສາກົນ: ໃນເມືອການແລກປ່ຽນສິນຄ້າໄດ້ຜົ້ນອອກກາຍຂອບເຂດຊາຍແດນຂອງປະເທດ
ນຶ່ງໆ ການພົວພັນຊື້ຂາຍລະຫ່ວາງຊາດກໍ່ຄ່ອຍເປັນຕົນເປັນໂຕຂື້ນ,ຈາກນັ້ນ ຈຶ່ງໄດ້ປະຕິບັດ ພາລະບົດບາດ
ເປັນເງິນຕາສາກົນ ສະແດງອອກຢູ່ບ່ອນວ່າ ເງິນເປັນເຄື່ອງມື ສຳລະສະສາງ  ລະຫ່ວາງຊາດ ໃນຂົງເຂດ
ການຄ້າຕ່າງປະເທດ, ສິນເຊື່ອ,ການເງິນ ແລະ ການເຄື່ອນຍ້າຍຊັບສົມບັດຈາກປະເທດນີ້ໄປຫາປະເທດອື່ນ.

IV.   ກົດເກນຄຸນຄ່າ,ແກ້ງແຍ້ງ ແລະ ສະໜອງ - ຕວາມຕ້ອງການ.
1.   ກ ົດເກນຄຸນຄ່າ ແມ່ນກົດເກນເສດຖະສາດສຳຄັນທີ່ສຸດ ຂອງການຜະລິດ ແລະຈໍລະຈອນສິນຄ້າ,
ມັນບັງຄັບໃຫ້ການຜະລິດ ແລະ ການແລກປ່ຽນສິນຄ້າ ແມ່ນ  ອີງໃສ່ການສິ້ນເປືອງແຮງງານສັງຄົມ  ຈຳເປັນ
ການກຳນົດນັ້ນແມ່ນ ພາວະວິໄສ, ຮັບປະກັນຄວາມຍຸດຕິທຳ, ສົມເຫດສົມຜົນ, ສະເໜີພາບ ລະຫ່ວາງ   ຜູ່
ຜະລິດ ແລະ ແລກປ່ຽນສິນຄ້າ, ກົດເກນຄຸນຄ່າຖືກຜູ້ມັດຜູ້ຜະລິດ ແລະ ແລກປ່ຽນສິນຄ້າ ຕ້ອງປະຕິບັດຕາມ  ຄຳສັງ ຂອງລາຄາຕະຫຼາດ ຜ່ານການເຄື່ອນເໜັ່ງ ລາຄາຢູ່ທ້ອງຕະຫຼາດ ສາມາດເຫັນໄດ້ການເຄື່ອນໄຫວ
ຂອງກົດເກນຄຸນຄ່າລາຄາຢູ່ທ້ອງຕະຫຼາດ ຂື້ນລົງແບບເກີດເອງ ໂດຍປີ່ນອອ້ມຄຸນຄ່າສິນຄ້າ ແລະ ສະແດງ ເຖິງການກະທົບຂອງກົດເກນຄຸນຄ່າສິນຄ້າ ແລະ ສະແດງເຖິງການກະທົບຂອງກົດເກນຄຸນຄ່າ  ໃນເງື່ອນໄຂ
ຜະລິດ ແລະ ແລກປ່ຽນສິນຄ້າ.

2.   ກົດເກນຄຸນຄ່າມີ 3 ບົດບາດຄື:     
ນຶ່ງ: ດັດສົມການຜະລິດ ແລະ ຈໍລະຈອນສິນຄ້າ.
+ ດັດສົມການຜະລິດ. ໃນເສດຖະກິດສິນຄ້າທີ່ອີງໃສ່ລະບອບກຳມະສິດເອກກະຊົນ ແມ່ນ   ມັກຈະເກີດມີ
ສະພາບທີ່ວ່າຜູ້ຜະລິດ ແມ່ນຈະຕ້ອງປະປ່ອຍຂະແໜງນີ້ ເຂົ້າສູ່ຂະແໜງອື່ນ;  ຂະໜາດຂອງການຜະລິດຢູ່
ຂະແໜງນີ້ເປີດກ້ວາງ ອອກສ່ວນຂະແໜງອື່ນພັດຮັດແຄບເຂົ້າ ປະກົດການເຫຼົ່ານັ້ນແມ່ນເກີດມາຈາກການ
ດັດສົມການຜະລິດສັງຄົມຂອງກົດເກນຄຸນຄ່າ.
+ ດັດສົມການຈໍລະຈອນສິນຄ້າ.   ລາຄາຢູ່ຕາມທ້ອງຕະຫຼາດມີການເໜັ່ງຕີງຢູ່ເລື້ອຍໆ ຕາມການພົວພັນ
ລະຫ່ວາງການສະໜອງກັບຄວາມຕ້ອງການ. ການສະໜອງ ແລະ ຄວາມຕ້ອງການສິນຄ້າ ມີຜົນສະທ້ອນ
ເຖິງເວລາແຕ່ລາຄາກໍ່ມີຄຸນປະໂຫຍດກະຕຸ້ນແຫຼ່ງສິນຄ້າໃນທ້ອງຕະຫຼາດ. ດຶງດູດແຫຼ່ງສິນຄ້າ  ຈາກບ່ອນ
ທີ່ມີລາຄາຕ່ຳໄປສູ່ລາຄາສູງ.
ສອງ; ກະຕຸກຊຸກຍູ້ການດັດແປງເຕັກນິກໃຫ້ສອດຄ່ອງກັບການຜະລິດ ແນໃສ່ການເພີ່ມສະມັດຕະພາບຂອງງານ. ສິນຄ້າຜະລິດອອກຢູ່ໃນເງື່ອນໄຂແຕກຕ່າງກັນ, ຈາກນັ້ນຈຶ່ງ
ສິ້ນເປືອງແຮງງານຕ່າງກັນຫຼືມີຄຸນຄ່າສະເພາະຕົວແຕກຕ່າງກັນ,ແຕ່ການແລກປ່ຽນສິນຄ້າຢູ່ໃນທ້ອງຕະຫຼາດ
ແມ່ນປະຕິບັດຕາມຄຸນຄ່າ ສັງຄົມ.
ສະນັ້ນ,  ຜູ້ຜະລິດທີ່ມີຄຸນຄ່າສະເພາະຕົວ ຕ່ຳກວ່າຄຸນຄ່າສັງຄົມກໍ່ຈະມີທ່າດີ. ກົງກັນຂ້າມ ຜູ້ຜະລິດ  ທີ່ມີຄຸນຄ່າສະເພາະຕົວສູງກວ່າ  ຄຸນຄ່າສັງຄົມ  ກໍ່ຈະຕົກຢູ່ໃນທ່າສ່ຽງໄພອັນຕະລາຍ ລົ້ມຈົມ. ຢາກຢູ່ຫຼອດ
ໃນການແກ້ງແຍ້ງ ແລະ ພົ້ນໄພອັນຕະລາຍຈາກການລົ້ມຈົມ, ຜູ້ຜະລິດແຕ່ລະຄົນ ລ້ວນແຕ່ພະຍາຍາມຫຼຸດ ຜ່ອນຄຸນຄ່າ ສະເພາະຂອງຕົນໃຫ້ຕ່ຳກ່ວາ ຫຼື ເທົ່າກັບຄຸນຄ່າສັງຄົມ, ໂດຍໃຊ້ການດັດແປງເຕັກນິກ, ຈັດຕັ້ງ
ການຜະລິດ ໃຫ້ເໝາະສົມ,ເພີ່ມປະສິດທິພາບຂອງງານ ໃນເບື້ອງຕົ້ນຈະມີຜູ້ຜະລິດສິນຄ້າຈຳນວນນຶ່ງໄດ້ຮັບ
ການດັດແປງໃຫ້ດີຂື້ນຕໍ່ມາຈະແຜ່ຫຼາຍທົ່ວໄປ.
ສາມ; ຜັນແຍກຜູ້ຜະລິດສິນຄ້າໜ້ອຍ,ເຣັດໃຫ້ມີການພົວພັນເສດຖະກິດທຶນນິຍົມເກີດຂຶ້ນ.
ການຜັນແຍກນີ້ແມ່ນໝາກຜົນຂອງທຳມະຊາດຂອງການຜະລິດສິນຄ້າທີ່ອີງໃສ່ລະບອບກຳມະສິດເອກະຊົນເນື່ອງຈາກວ່າ ຜູ້ຜະລິດສິນຄ້າເງື່ອນໄຂ ການຜະລິດແຕກຕ່າງກັນ, ແຕ່ເວລາດຽວກັນນັ້ນ  ໃນທ້ອງຕະຫຼາດ
ສິນຄ້າທັງໝົດ ແມ່ນ ຕ້ອງແລກປ່ຽນຕາມຄຸນຄ່າສັງຄົມ. ໃນຂະບວນການຜະລິດ ແລະ ແລກປ່ຽນ  ສິນຄ້າ
ບໍ່ອາດຫຼີກເວັ້ນໄດ້ ສະພາວະທີ່ວ່າ ກຸ່ມຄົນຈຳນວນນຶ່ງລ້ຳລວຍ, ຮັ່ງມີຂຶ້ນ, ກຸ່ມຄົນອື່ນ ລົ້ມຈົມ ກາຍເປັນຄົນ
ຮັບຈ້າງ.
3.   ແກ້ງແຍ້ງ ແລະ ການພົວພັນສະໜອງ - ຕວາມຕ້ອງການ.
+  ແກ້ງແຍ້ງ: ແມ່ນການຊ່ວງເສັງ ທາງດ້ານເສດຖະກິດ ລະຫວ່າງ ບັນດາເຈົ້າກຳ  ໃນການຜະລິດ
ສິນຄ້າ, ແນໃສ່ຍາດແຍ້ງບັນດາເງື່ອນໄຂທີ່ສະດວກໃນການຜະລິດ, ຈຳໜ່າຍ ຫຼື ຊົມໃຊ້ສິນຄ້າ ຈາກນັ້ນ
ຍາດໄດ້ຜົນປະໂຫຍດສູງສຸດໃຫ້ແກ່ຕົນ.
          ແກ້ງແຍ້ງອາດປະກົດຂື້ນ ລະຫວ່າງຜູ້ຜະລິດ ແລະ ຜູ້ຊົມໃຊ້, ຫຼື ລະຫວ່າງຜູ້ຊົມໃຊ້ກັບຜູ້ກັບຜູ້ຊົມໃຊ້
ຜູ້ຜະລິດກັບຜູ້ຜະລິດ ເຊິງຍາດຊີງເອົາບັນດາເງື່ອນໄຂ ທີ່ສະດວກໃນການຜະລິດ ແລະ ຈຳນ່າຍສິນຄ້າ.
V.     ຕະຫຼາດ.
1.   ຕະຫຼາດ.
ຕະຫຼາດ ຄວາມໝາຍແຄບແມ່ນ ບາອນດຳເນີນການແລກປ່ຽນ ແລະ ຊື້ຂາຍສິນຄ້າ,
ຕົວຢ່າງ: ຕະຫຼາດ, ຮ້ານຄ້າ, ສະຖານທີ່ຕິດຕໍ່ພົວພັນຄ້າຂາຍ.  ຄວາມໝາຍກ້ວາງ ແມ່ນ   ລວມຍອດ
ສາຍພົວພັນແກ້ງແຍ້ງ ການສະໜອງ - ຄວາມຕ້ອງການ ລາຄາ, ຄຸນຄ່າ ... ໃນນັ້ນລາຄາປະລິມານສິນຄ້າ
ຖືຈຳໜ່າຍຖືກກຳນົດ, ຕາມເປົ້າໝາຍການແລກປ່ຽນ ຊື້ຂາຍຕົວຈິງ ຄື: ຕະຫຼາດເຂົ້າສານ,ນ້ຳມັນເຊື້ອໄຟ
ເງີນຕາ, ຕະຫຼາດຫຼກັຊັບ.
2.   ພາລະບົດບາດຂອງຕະຫຼາດ.( ມີ 3 ພາລະບົດບາດຕົ້ນຕ )
+  ຮັບຮອງຄຸນປະໂຫຍດສັງຄົມຂອງສິນຄ້າ ( ຄຸນຄ່າໃຊ້ສອຍສັງຄົມ )
+  ສະໜອງຂໍ້ມູນຂ່າວສານໃຫ້ຜູ້ຜະລິດ ແລະ ຜູ້ຊົມໃຊ້.  ໂດຍຜ່ານການເຄື່ອນເໜັ່ງ ຂອງຄວາມຕ້ອງການ
ຂອງສັງຄົມ ດ້ານປະລິມານ, ຄຸນນະພາບ, ການສະໜອງແລະຄວາມຕ້ອງການກ່ຽວກັບປະເພດສິນຄ້າ.
+  ຊຸກຍູ້ແລະສະກັດກັ້ນການຜະລິດແລະໃຊ້ສອຍ. 

VI.   ການກຳເນີດຂອງແບບວິທີການຜະລິດທຶນນິຍົມ.
ຕາມທັດສະນະຂອງທ່ານ ກາກ ມາກ ການຜະລິດທຶນນິຍົມຢາກກຳເນີດຂື້ນໄດ້ ມີ ສອງ ເງື່ອນໄຂຄື:
ໜຶ່ງ:  ຕ້ອງມີຊົນຊັ້ນໃດໜຶ່ງໄດ້ຮັບເສລີພາບທາງຮ່າງກາຍ, ບໍ່ມີພາຫະນະການຜະລິດໃນກຳມື.
 ( ໝາຍວ່າ ຕ້ອງມີຊົນຊັ້ນກຳມະຊີບຮັບຈ້າງ )
ສອງ:  ຕ້ອງເຕົ້າໂຮມເງິນ ຊັບສົມບັດເຂົ້າໃນກຳມືຂອງຄົນຈຳນວນໜຶ່ງ ທີ່ສາມາກຕັ້ງໂຮງງານທຶນນິຍົມຂື້ນ.
      ລວມຄວາມວ່າ: ລັດທິທຶນນິຍົມກຳເນີດຂື້ນ ຈາກພື້ນຖານການຜະລິດນ້ອຍໂດຍຜ່ານຂະບວນວິວັດ ຜັນ
ແຍກຜູ້ຜະລິດສິນຄ້ານ້ອຍ ແລະ ການສະສົມທຶນແບບບູຮານຢ່າງປາເຖື່ອນ. ຊົນຊັ້ນນາຍທຶນໄດ້ແກ້ໄຂ
ບັນຫາການສະສົມທຶນທຳອິດ ເພື່ອຫັນເປັນອຸດສາຫະກຳທຶນນິຍົມດ້ວຍເສັ້ນທາງຂູດຮີດ ແລະ ຢຶດຊັບ ສົມ
ບັດຂອງປະຊາຊົນ ຢູ່ພາຍໃນປະເທດ,ປະຊ່ຊົນບັນດາປເທດເມືອງຂື້ນ ແລະ ປະເທດອື່ນໆ.

ຄຳຖາມຄົ້ນຄ້ວາ
1.     ເງື່ອນໄຂໃຫ້ກຳເນີດຂອງການຜະລິດສິນຄ້າ ແລະ ການກຳເນີດແບບວິທີການຜະລິດທຶນນິຍົມມີ
ຈັກເງື່ອນໄຂຄືເງື່ອນໄຂໃດແດ່?
- ການແບ່ງງານໃນໂຮງງານແລະແບ່ງງານສັງຄົມແຕກຕ່າງກັນຄືແນວໃດ?
2.    ສິນຄ້າ,ລັກສະນະປະຈຳຕົວສອງຢ່າງຂອງສິນຄ້າ ແລະ ລັກສະນະສອງດ້ານແຮງງານຜະລິດສິນຄ້າ
ມີຄືແນວໃດ?
3.    ເງິນມີຈັກພາລະບົດບາດຄືບົດບາດແນວໃດ? ຈົ່ງອະທິບາຍເງິນຄຳ,ເງິນເຈັ້ຍ,ເງິນເປັນເງິນຕາສາກົນ
4.    ກົດເກນຄຸນຄ່າ,ບົດບາດຂອງກົດເກນຄຸນຄ່າ ແລະ ການກະທົບຂອງກົດເກນຄຸນຄ່າ  ສະແດງອອກ
ທາງດ້ານເສດຖະກິດຢູ່ປະເທດເຮົາມີຄືແນວໃດ?


ບົດທີ 3:
ເສດຖະສາດການເມືອງພາກລະບອບປະຊາທິປະໄຕປະຊາຊົນກ້າວຂື້ນສັງຄົມນິຍົມ.     (ສະໄໝຂ້າມຜ່ານກ້າວຂື້ນສັງຄົມນິຍົມໂດຍບໍ່ຜ່ານລະບອບທຶນນິຍົມຢູ່ປະເທດເຮົາ).
I.             ທັດສະນະຂອງ ທ່ານ ກາກ ມາກ   ຟ. ອັງແກນ ກ່ຽວກັບສະໄໝ່ຂ້າມຜ່ານ  ກ້າວຂື້ນ
ສັງຄົມນິຍົມ.
ນັບຈາກ ສ ປ ປ ລາວ ປະກາດເປັນເອກະລາດແລ້ວ ພັກໄດ້ນຳພາປະເທດຊາດ ກ້າວຂື້ນສູ່ສັງຄົມ
ນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມ ໃນໄລຍະນັ້ນເປັນໄລຍະປົວບາດແຜສົງຄາມ ສິ່ງເສດເຫຼືອຂອງທຶນ
ນິຍົມເວລານັ້ນຍັງປະໄວ້, ແມ່ນຢາກທຳລາຍຖີ້ມໝົດ,ສິ່ງທີ່ມີຄຸນຄ່າກໍ່ຢາກທຳລາຍໝົດ.
          +  ຄວາມເຂົ້າໃຈສະໄໝຂ້າມຜ່ານສະແດງອອກແນວໃດ?
     ໄລຍະຂ້າມຜ່ານແມ່ນໄລຍະແຫ່ງການປ່ຽນແທນ ແບບວິທີການຜະລິດນີ້ ດ້ວຍ ແບບວິທີການຜະລິດອື່ນ
ແຕ່ຫາກບໍ່ແມ່ນແບບວິທີການຜະລິດນີ້ສິນສຸດລົງ,ແບບວິທີການຜະລິດອື່ນຊື່ງກຳເນີດເກີດຂື້ນແທນ.ແບບ
ວິທີການຜະລິດນີ້ຈະປ່ຽນແທນແບບວິທີການຜະລິດອື່ນຕ້ອງມີລະຍະຂ້າມຜ່ານຂອງມັນ.
          +  ໃນສັງຄົມມະນຸດໄດ້ຂ້າມຜ່ານ 5 ລະບອບສັງຄົມມະນຸດ,ໄດ້ຜ່ານ 5 ລະບອບການເມືອງ ແລະ
5 ລະບອບກນຜະລິດແຕກຕ່າງກັນ
1.    ສະໄໝຂ້າມຜ່ານຈາກທຶນນິຍົມຂື້ນສັງຄົມນິຍົມ
ລະຫວ່າງທຶນນິຍົມ  ---------- ສູ້ສັງຄົມຄອມມູນິດ.
+  ຢູ່ໃນໄລຍະທາງເຮົາຈະໄດ້ຜ່ານລະບອບສັງຄົມນິຍົມ.
+  ກ່ອນຈະໄປເຖິງສັງຄົມນິຍົມຕ້ອງໄດ້ຜ່ານທຶນນິຍົມແຫ່ງລັດ.
+  ສັງຄົມນິຍົມເປັນພື້ນຖານເບື້ອງຕົ້ນຂອງສັງຄົມຄອມມູນິດ.
+  ປະເທດໃດຈະກ້າວຂື້ນສູ່ສັງຄົມນິຍົມ ບໍ່ແມ່ນຈະໄປຕາມຂັ້ນຕອນຕ່າງໆນັ້ນໄດ້, ມັນອາດເປັນໄປໄດ້
ຫຼາຍຢ່າງແຕ່ຕ້ອງໄດ້ຜ່ານ ພື້ນຖານເສດຖະກິດຕ້ອງເຂັ້ມແຂງ, ອິ່ງໃສ່ກາລະໂອກາດແລະເງື່ອນໄຂຂອງ
ປະເທດໃຜມັນ.
·                ປະເທດເຮົາຈະກ້າວຂື້ນສູ່ສັງຄົມນິຍົມ ແຕ່ຕ້ອງໄດ້ຜ່ານເສດຖະກິດທຶນນິຍົມ,ແຕ່ບໍ່ໄດ້ຜ່ານການ
ເມືອງທຶນນິຍົມ. ການເມືອງທຶນນິຍົມແມ່ນ ການເມືອງປົກປ້ອງຊົນຊັ້ນ ກຸ່ມຄົນສ່ວນໜ້ອຍຂອງເຂົາເຈົ້າ.
·                ເປົ້າໝາຍສັງຄົມນິຍົມແມ່ນລົບລ້າງລະບອບຄົນຂູດຮີດຄົນ,ລົບລ້າງກຳມະສິດຂອງຊົນຊັ້ນນາຍທຶນ
ແລະສັກດີນາ.
·                ຊົນຊັ້ນຈະໝົດໄປໃນເວລາໃດ? ໃນເວລາຄົນມີສິດເສລີພາບເທົ່າທຽບກັນດ້ານຜົນປະໂຫຍດ,ພື້ນຖານ
ການຜະລິດ ວັດຖຸເຕັກນິກທັນສະໄໝ.
2.   ຄວາມສາມາດກ່ຽວກັບການຂ້າມຜ່ານກ້າວຂື້ນສູ່ສັງຄົມນິຍົມ.
+ ປະເທດທີ່ຢູ່ໃນລະຍະຕົ້ນຂອງທຶນນິຍົມສາມາດຂ້າມຜ່ານລະບອບທຶນນິຍົມຂື້ນສູ່ສັງຄົມນິຍົມ
ໄດ້ ກໍ່ຍ້ອນວ່າພື້ນຖານເສດຖະກິດຂອງເຂົາເຈົ້າມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວສູງແລ້ວສາມາດກ້າວ
ສູ່ສັງຄົມນິຍົມໄດ້.
          + ປະເທດທີ່ຫຼ້າຫຼັງ ອາດຈະກ້າວຂື້ນສູ່ເສັນທາງຂະຫຍາຍຕົວທີ່ສັ້ນກ່ວາ ອາດຈະກ້າວຂື້ນສູ່ຄອມ
ມູນິດ. ຍ້ອນວ່າປະເທດທີ່ຫຼ້າຫຼັງແມ່ນເຂົາເຈົ້າໄດ້ນຳເອົາ ວັດຖຸເຕັກນິກທີ່ມີຢູ່ແລ້ວມານຳໃຊ້ໂລດ.
          ຕົວຢ່າງ: ປະເທດລາວເຮົານຳໃຊ້ຄອມພີວເຕີ ບໍ່ຈຳເປັນຈະໄປຄິດແລະສ້າງຄອມພີວເຕີຂື້ນ,ແມ່ນ
ໄປຊື້ເອົາຂອງເຂົາມານຳໃຊ້ໂລດ.
II.          ທັດສະນະຂອງ ທ່ານ ເລນິນ  ກ່ຽວກັບສັງຄົມນິຍົມແລະສະໄໝ່ຂ້າມຜ່ານ  ກ້າວຂື້ນ
         ສັງຄົມນິຍົມ,ແຜນການສ້າງສັງຄົມນິຍົມ.
1.   ສັງຄົມນິຍົມແລະສະໄໝຂ້າມຜ່ານ
·         ສັງຄົມນິຍົມແມ່ນຫຍັງ?
-  ແມ່ນລະບອບສັງຄົມທີ່ມີພາຫະນະການຜະລິດທີ່ທັນສະໄໝກຳມະສິດເປັນຂອງລັດ ແລະ ລວມໝູ່.
-  ແມ່ນພື້ນຖານເສດຖະກິດຂະຫຍາຍຕົວສູງ.
-  ແມ່ນທຸກຄົນມີສິດສະເໝີພາບໃນການອອກແຮງງານ.
-  ມີພັນທະພາບກຳມະກອນ ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ.
2.   ແຜນການກໍ່ສ້າງສັງຄົມນິຍົມຂອງ ທ່ານ ເລນິນ
ກ. ເປົ້າໝາຍແຜນການ.
-  ຂະຫຍາຍກຳລັງການຜະລິດເປັນເຈົ້າການຂອງປະຊາຊົນ.
-  ສິດເປັນເຈົ້າຂອງປະຊາຊົນ.
-  ມີຄວາມເອກະພາບກັນກ່ຽວກັບຜົນຜະລິດ.
-  ມີຄວາມເປັນເອກະພາບການແຈກຍາຍຜະລິດຕະພັນ.
·      ສະເພາະຢູ່ ສ ປ ປ ລາວ ເຮົາແມ່ນໜ້າທີ່ພື້ນຖານໄລຍະຂ້າມຜ່ານຂື້ນສູ່ສັງຄົມນິຍົມ
-  ຂະຫຍາຍເສດຖະກິດສິນຄ້າ ຕາມທິດສັງຄົມນິຍົມ ມັນແມ່ນເສດຖະກິດຕະຫຼາດ ມີການຄຸ້ມຄອງດັດ
   ສົມຂອງລັດ.
-  ຫັນພື້ນຖານເສດຖະກິດອຸດສາຫະກຳເປັນອັນທັນສະໄໝ.
-  ມີການຂະຫຍາຍເສດຖະກິດຮ່ວມມືຢ່າງແຂງແຮງ (ຮ່ວມມືລະຫວ່າງລັດກັບເອກະຊົນ)
-  ປັບປຸງໂຄງປະກອບເສດຖະກິດແຫ່ງຊາດໃຫ້ສອດຄ່ອງ(ມີກະສິກຳ,ອຸດສາຫະກຳ,ແລະການບໍລິການ)
-  ປັບປຸງກົນໄກຄຸ້ມຄອງເສດຖະກິດໃຫ້ຄົບຊຸດແລະຄ່ອງຕົວມີລະບຽບກົດໝາຍ,ນະໂຍບາຍສົ່ງເສີມ,
   ຄຸ້ມຄອງກົດໝາຍຕ່າງໆ.
-  ເອົາໃຈໃສ່ສ້າງຊັພະຍາກອນມະນຸດ.
-  ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.
·      ປັດໃຈພື້ນຖານຂອງ ສ ປ ປ ລາວ ລະຍະຂ້າມຜ່ານກ້າວສູ່ສັງຄົມນິຍົມ.
-  ຕ້ອງກໍ່ສ້າງພັກໃຫ້ເປັນກອງລະວັງໜ້າ.
-  ສ້າງກົງຈັກລັດເປັນຂອງປະຊາຊົນ.
-  ຄວາມສາມະຄີທົ່ວປວງຊົນທັງຊາດ.
-  ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດຕ່າງຝ່າຍຕ່າງມີຜົນປະໂຫຍດ.





ຄຳຖາມຄົ້ນຄວ້າ

1.     ໃຫ້ອະທິບາຍທັດສະນະຂອງ ທ່ານ ກາກ ມາກ, ອັງແກນ  ກ່ຽວກັບສະໄໝຂ້າມຜ່ານກ້າວຂື້ນສູ່
ສັງຄົມນິຍົມ?
2.    ໃຫ້ອະທິບາຍທັດສະນະຂອງ ທ່ານ ເລນິນ ກ່ຽວກັບສະໄໝຂ້າມຜ່ານກ້າວຂື້ນສູ່ສັງຄົມນິຍົມ?
3.    ຈົ່ງອະທິບາຍເປົ້າໝາຍຂອງແຜນການສ້າງສັງຄົມນິຍົມຢູ່ປະເທດເຮົາມີຄືແນວໃດ?


ບົດທີ 4:
ການຫັນເປັນອຸດສາຫະກຳແລະຫັນເປັນທັນສະໄໝໃນພື້ນຖານເສດຖະກິດແຫ່ງຊາດ.
I.       ລັກສະນະພາວະວິໄສ ແລະ ຄຸນປະໂຫຍດຂອງການຫັນເປັນອຸດສາຫະກຳ
        ແລະຫັນເປັນທັນສະໄໝຢູ່ປະເທດເຮົາ.
1.    ຄວາມສຳນຶກ,ຈຸດພິເສດ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ
ກ. ຄວາມສຳນຶກ
ການຫັນເປັນອຸດສາຫະກຳ ແມ່ນ ຂະບວນການຫັນປ່ຽນທີ່ມີລັກສະນະເປັນພື້ນຖານ ແລະ ຮອບດ້ານ ໃນ
ເສດຖະກິດ ແລະ ສັງຄົມ; ເປັນຕົ້ນແມ່ນການຫັນຈາກການນຳໃຊ້ກຳລັງແຮງານແບບຫັດຖະກຳເປັນຕົ້ນຕໍ ໄປສູ່ການການນຳໃຊ້ແຮງງານທີ່ນຳ ໃຊ້ເຕັກໂນໂລຢີ, ພາຫະນະ, ວິທີການຜະລິດທີ່ກ້າວໜ້າ ແລະ ທັນສະໄໝ ຢ່າງກ້ວາງຂວາງ ເພື່ອແຮງງານສັງຄົມມີສະມັດຕະພາບສູງ.

ຄຸນປະໂຫຍດຂອງການຫັນເປັນອຸດສາຫະກຳ.
+  ສ້າງເງື່ອນໄຂປ່ຽນແປງກ່ຽວກັບດ້ານຄຸນນະພາບຂອງພື້ນຖານການຜະລິດສັງຄົມ.
+  ສ້າງເງື່ອນໄຂວັດຖຸໃຫ້ການຊຸກຍູ້ສົ່ງເສີມບົດບາດເສດຖະກິດຂອງລັດ.
+  ສ້າງເງື່ອນໄຂສະດວກໃຫ້ວິທະຍາສາດ - ເຕັກນິກວິທະຍາສາດຂະຫຍາຍຕົວໄວ.
+  ສ້າງເງື່ອນໄຂທາງດ້ານວັດຖຸໃຫ້ແກ່ການເພີ່ມທະວີ ແລະ ປັບປຸງຄວາມສະຫງົບປອດໄພຂອງຊາດ.

ເພື່ອກຽມໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝພວກເຮົາຕ້ອງສ້າງປະຖົມປັດໄຈ
ແລະເງື່ອນໄຂ:
-  ຕ້ອງມີສະຖຽນລະພາບທາງດ້ານການເມືອງ - ສັງຄົມ.                   
-  ການສະສົມທືນແມ່ນເງື່ອນໄຂທີ່ສຳຄັນ.   
-  ກໍ່ສ້າງຖັນແຖວພະນັກງານ ແລະ ກຳມະກອນທີ່ສຳນານງານ 
- ສຳຫຼວດຂໍ້ມູນ ເພື່ອກຳແໜ້ນຊັບພະຍາກອນ ແລະ ສະພາບເສດຖະກິດ - ສັງຄົມ.         
- ຊຸກຍູ້ວຽກງານຄົ້ນຄ້ວາວິທະຍາສາດ, ນຳໃຊ້ເຕັກນິກ, ເຕັກໂນໂລຊີໃໝ່.
- ເປີດກ້ວາງການພົວພັນເສດຖະກິດກັບຕ່າງປະເທດ.

          ຂ. ຈຸດພິເສດຂອງການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ
-  ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ ແມ່ນ ເພື່ອບັນລຸເປົ້າໝາຍ ປະຊາຊົນ
ຮັ່ງມີ, ປະເທດຊາດມັ້ງຄັ້ງ ເຂັ້ມແຂງ, ສັງຄົມຍຸດຕິທຳ, ປະຊາທິປະໄຕ ແລະ ສີວີໄລ, ພັດທະນາ ເສດຖະກິດ
ຕະຫຼາດຕາມທິດສັງຄົມນິຍົມ.
-  ຂະບວນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ ໃນເງື່ອນໄຂປະເທດກະສິກຳ
ຫຼ້າຫຼັງ 85% ຂອງພົນລະເມືອງດຳລົງຊີວິດຢູ່ຊົນນະບົດ, ຖືກການຜະລິດກະສິກຳເປັນອາຊີບ,ລາຍຮັບຕ່ຳ
ຄວາມສາມາດຖືຈຳກັດ ແຕ່ຢູ່ໃນໄລຍະຂ້າມຜ່ານຂື້ນສັງຄົມນິຍົມ.
-  ກ່ອນການປ່ຽນແປງ,  ການຫັນເປັນອຸດສາຫະກຳ ໄດ້ດຳເນີນໄປພາຍໃຕ້   ກົນໄກ ແຜນການ, ລວມສູນ
ອາຍາສິດ,ເກື້ອກຸນ.
-  ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ ໄດ້ດຳເນີນໄປພາຍໃຕ້ການກະທົບ
ຢ່າງແຂງແຮງຂອງການປະຕິວັດ ວິທະຍາສາດ - ເຕັກໂນໂລຢີທັນສະໄໝ
-  ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ ພວມຢູ່ທາມກາງການຂະຫຍາຍຕົວ
ຢ່າງແຂງແຮງ ຂອງທ່າອ່ຽງການຫັນເປັນສາກົນ ແລະ ຫັນເປັນໂລກາພິວັດທາງດ້ານເສດຖະກິດ.
-  ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ ແມ່ນຢູ່ທາມກາງທີ່ມີທັງສະພາບທີ່ອຳນວຍຄວາມສະດວກ ແລະຄວາມຫຸ້ຽງຍາກ,ມີທັງກາລະໂອກາດ ແລະ
ສິ່ງທ້າທາຍທີ່ຄົງຕົວພ້ອມໆກັນ, ທັງພ້ອມກັນ ສົ່ງຜົນກະທົບ ເຖິງການຫັນເປັນອຸດສາຫະກຳ ແລະ  ຫັນເປັນ
ທັນສະໄໝຢູ່ປະເທດເຮົາ.
          ສຳລັບຢູ່ປະເທດເຮົາ, ນັ້ນແມ່ນ ຂະບວນວິວັດແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ
- ສັງຄົມ, ຫັນພື້ນຖານເສດຖະກິດກະສິກຳຫຼ້າຫຼັງໄປສູ່ສັງຄົມອຸດສາຫະກຳ.    ພ້ອມກັນນັ້ນ ຍັງເຮັດໃຫ້ການ
ພົວພັນການຜະລິດສັງຄົມນິຍົມປະກົດຕົວ ແລະ ນັບມື້ນັບສົມບູນຂື້ນເທື່ອລະກ້າວ.
2.    ໃນໄລຍະຂ້າມຜ່ານກ້າວຂື້ນສັງຄົມນິຍົມການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ
ແມ່ນຂະບວນວິວັດພາວະວໄສຢູ່ປະເທດເຮົາ.
ສຳລັບປະເທດເຮົາ. ເຊິ່ງເປັນປະເທດໜື່ງ  ທີ່ມີພື້ນຖານເສດຖະກິດ ຂະຫຍາຍຕົວຊ້າ  ຂ້າມຜ່ານ
ທີ່ກ້າວຂຶ້ນສັງຄົມນິຍົມ,  ຢາກກໍ່ສ້າງ  ພື້ນຖານວັດຖຸເຕັກນິກ ໃຫ້ແກ່ສັງຄົມນິຍົມ  ບໍ່ພຽງແຕ່ແມ່ນ  ຄວາມຈຳ
ເປັນພາວະວິໄສ ທາງດ້ານເສດຖະກິດ ແຕ່ຕ້ອງໄດ້ປະຕິບັດແຕ່ຫົວທີ.  ຈາກບໍ່ທັນມີສ້າງໃຫ້ມີ,  ແຕ່ຕົ້ນ
ຕະຫຼອດປາຍ ໂດຍຜ່ານການຫັນ ເປັນອຸດສາຫະກຳ  ຫັນເປັນທັນສະໄໜ.  ນອກຈາກນັ້ນ, ລັກສະນະພາວະ
ວິໄສ ຂອງຂະບວນການວິວັດ ຫັນເປັນອຸດສາຫະກຳ ຫັນເປັນທັນສະໄໜ ພື້ນຖານເສດຖະກິດຢູ່ປະເທດເຮົາ,
ເລີ່ມຈາກຄວາມຮຽກຮ້ອງຕ້ອງການດັ່ງນີ້:
ໜຶ່ງ:  ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໜ  ແມ່ນຕອບສະໜອງ ຄວາມຮຽກຮ້ອງຕ້ອງການ   ໃນ
ການນຳພາປະເທດຊາດ ຫຼຸດພົ້ນອອກຈາກຄວາມທຸກຍາກ , ຫຼ້າຫຼັງ ດ້ອຍພັດທະນາ,       ປະຕິບັດຈຸດໜາຍ
ປະຊາຊົນຮັ່ງມີ, ປະເທດຊາດມັ້ງຄັ້ງເຂັ້ມແຂງ, ສັງຄົມຍຸດຕິທຳ, ປະທິປະໄຕ, ສີວິໄລ.
ສອງ: ການຫັນເປັນອຸດສາຫະກຳຫັນເປັນທັນສະໄໜແມ່ນຍ້ອນຄວາມຮຽກຮ້ອງຕ້ອງການໃນການຂະຫຍາຍ
ເສດຖະກິດຕະຫຼາດ, ຍ້ອນວ່າການຜະລິດຜະລິດຕະພັນສິນຄ້າແກ້ງແຍ້ງທັງຕະຫຼາດພາຍໃນແລະພາຍນອກ
 ສິນຄ້າຕ້ອງມີຄຸນນະພາບສູງ  ຮູບແບບ ສີສັນງາມຕາ, ລາຄາສິນຄ້າສຳເລັດຮູບຕ່ຳ, ສິ່ງເຫຼົ່ານັ້ນ  ຈະເຮັດໄດ້
ກໍ່ຕໍ່ເມື່ອອາໃສ່ເຕັກນິກ ເຕັກໂນໂລຊີ ທີ່ກ້າວໜ້າ ແລະ ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ.
ສາມ:  ການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ພື້ນຖານເສດຖະກິດຂອງພວກເຮົາ  ຍ້ອນຄວາມຮຽກ
ຮ້ອງຕ້ອງການ ໃນການເປີດກ້ວາງ ການພົວພັນເສດຖະກິດກັບຕ່າງປະເທດ ເຂົ້າຮ່ວມການແບ່ງງານໃນພາກ
ພື້ນ ແລະ ໃນໂລກເກີດກະຕຸກຊຸ້ກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ.
ສີ່:  ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝພື້ນຖານເສດຖະກິດ  ຍ້ອນຄວາມຕ້ອງການເພີ່ມກຳລັງ
ປ້ອງກັນຊາດ ປ້ອງກັນລັດສັງຄົມນິຍົມ. ເພາະວ່າໃນເງື່ອນໄຂທີ່ເສດຖະກິດ ການເມືອງຂອງໂລກ ຍັງຜັນແປ
ໄປຢ່າງສັບສົນ, ບັນດາອິດທິກຳລັງປໍລະປັກ    ຍັງບໍ່ທັນປະລະການກີດຂວາງ ການກໍ່ສ້າງສັງຄົມນິຍົມ   ຢູ່ໃນ
ປະເທດເຮົາ ດ້ວຍວິທີການຫັນປ່ຽນໂດຍສັນຕິ ດ້ວຍວິທີອື່ນໆ.     ສະນັ້ນ, ການຫັນເປັນການທະຫານ  ທີ່ທັນ
ສະໄໝເພີ່ມກຳລັງແຮງ  ປ້ອງກັນຊາດ ຈະສາມາດປະຕິບັດໄດ້ກໍ່ຕໍ່   ເມື່ອພື້ນຖານ ເສດຖະກິດ   ໄດ້ຫັນເປັນ
ອຸດສາຫະກຳ, ຫັນເປັນທັນສະໄໝ.
     
II.     ຈຸດໝາຍ, ທັດສະນະພື້ນຖານ ແລະ ເນື້ອໃນຂອງການຫັນເປັນອຸດສາຫະກຳ,ຫັນເປັນ
ທັນສະໄໝ ໃນພື້ນຖານເສດຖະກິດຢູ່ປະເທດເຮົາໃນຊຸມປີຕໍ່ໜ້າ.
1.   ຈຸດໝາຍການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝຢູ່ປະເທດເຮົາ.
-  ເພື່ອຂະຫຍາຍກຳລັງການຜະລິດ ເພີມກຳລັງແຮງສັງລວມຂອງຊາດ.
-  ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຂອງປະເທດໃຫ້ມີປະສິດທິຜົນ.
-  ເຮັດໃຫ້ເກີດມີການຜະລິດໃຊ້ສອຍພາຍໃນ ແລະ ສົ່ງອອກນັບມື້ນັບຫຼາຍ.
-  ຫັນປ່ຽນວິທີການ ການຜະລິດດ້ວຍການໃຊ້ເຕັກນິກ,ເຕັກໂນໂລຢີທີ່ກ້າວໜ້າທັນສະໄໝ.
ຄາດຄະເນ ປີ 2020
-  GDP 7% ຕໍ່ປີ,
-  ອັດຕາສ່ວນສະສົມພາຍໃນຫຼາຍກ່ວາ 15% ຂອງ GFP.
-  GDP ສະເລ່ຍຕໍ່ຫົວຄົນ 1200 - 1500 USA.
2.   ບັນດາທັດສະນະພື້ນຖານກ່ຽວກັບການຫັນເປັນອຸດສາຫະກຳ,ຫັນເປັນທັນສະໄໝ.
ສາມາດຖອດຖອນບາງທັດສະນະດັ່ງນີ້:
ໜຶ່ງ: ໃນເງື່ອນໄຂປະຕິວັດ ວິທະຍາສາດ - ເຕັກໂນໂລຢີ ລະເບີດຂື້ນຢ່າງໄວວານີ້, ການຫັນເປັນ
ອຸດສາຫະກຳຕ້ອງຕິດພັນກັບການຫັນເປັນທັນສະໄໝ.
ສອງ:  ການຫັນເປັນໂລກາພິວັດທາງດ້ານເສດຖະກິດນັບມື້ນັບເປີດກ້ວາງ, ຕ້ອງໄດ້ເຊື່ອມໂຢງກັບ
ພາກພື້ນແລະໂລກ. ຫັນໄປສູ່ການຜະລິດເພື່ອສົ່ງອອກຢ່າງແຂງແຮງ.
ສາມ:  ພັກເຮົາໄດ້ມີແນວທາງນະໂຍບາຍຂະຫຍາຍເສດຖະກິດຫຼາຍພາກສ່ວນ. ສະນັ້ນ, ການຫັນ
ເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ຈຶ່ງແມ່ນພາລະກິດຂອງທົ່ວປວງຊົນ, ຂອງທຸກໆ ພາກ
ສ່ວນເສດຖະກິດ,ໃນນັ້ນເສດຖະກິດຂອງລັດຕ້ອງເປັນເຈົ້າການ.
ສີ່:  ຖືເອົາການເສີມຂະຫຍາຍທ່າແຮງ ທາງດ້ານຊັພະຍາກອນມະນຸດ ເປັນປັດໃຈພື້ນຖານ  ໃຫ້ແກ່
ການຂະຫຍາຍຕົວໄວ ແລະ ໝັ້ນຄົງ,  ການເຕີບໂຕທາງດ້ານເສດຖະກິດ ຕ້ອງຕິດພັນ ກັບ  ຄວາມ
ກ້າວໜ້າຂອງສັງຄົມ.
ຫ້າ:  ວິທະຍາສາດ - ເຕັກໂນໂລຢີ ແມ່ນກຳລັງແຮງຂອງການຫັນເປັນອຸດສາຫະກຳ,ໃນເງື່ອນໄຂ
ຂອງປະເທດເຮົາຍັງຫຼ້າຫຼັງ ຄວນມີການປະສານສົມທົບລະຫວ່າງ ເຕັກໂນໂລຢີທີ່ເປັນມູນເຊື້ອກັບ
ເຕັກໂນໂລຢີສະໄໝໆ.
ຫົກ:  ຕ້ອງເອົາປະສິດທິຜົນເປັນມາດຖານ,ສະນັ້ນເພື່ອກຳນົດທິດທາງພັດທະນາ ຄວນເລືອກເຟັ້ນ
ໂຄງການລົງທຶນ ແລະ ເຕັກໂນໂລຢີ.
ເຈັດ:  ໃນເງື່ອນໄຂເສດຖະກິດ ການເມືອງ, ສັງຄົມ    ຢູ່ໃນໂລກມີການປ່ຽນແປງຢ່າງໄວວາແລະສຸດທິສັບສົນ ການຫັນເປັນອຸດສາຫະກຳ ແລະ ຫັນເປັນ
ທັນສະໄໝຢູ່ປະເທດເຮົາ ຕ້ອງຕິດພັນກັບວຽກປ້ອງກັນຊາດປ້ອງກັນຄວາມສະຫງົບ.
III.    ບັນດາປັດໃຈ ແລະ ເງື່ອນໄຂທີ່ຈຳເປັນ ໃຫ້ແກ່ ການຫັນເປັນອຸດສະຫະກຳ  ຫັນເປັນທັນສະໄໝ.
1.   ບັນດາປັດໃຈທີ່ຈຳເປັນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝພື້ນຖານ
ເສດຖະກິດແຫ່ງຊາດ.
     ໜຶ່ງ:  ຕ້ອງມີຄວາມສະຫງົບທາງດ້ານການເມືອງ - ສັງຄົມ, ເພື່ອສ້າງປັດໃຈນີ້ ພັກເຮົາໄດ້ປ່ຽນແປງໃໝ່  ລະ
ບົບການເມືອງ, ກໍ່ສ້າງລັດປະຊາຊົນປະຕິວັດລາວເປັນລັດຂອງປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອ ປະຊາ
ຊົນ  ຢ່າງແທ້ຈິງ. ນອກນັ້ນ, ພັກຍັງປະຕິບັດ  ປະຊາທິປະໄຕຢ່າງກ້ວາງຂວາງ, ຍົກສູງການນຳພາ  ຂອງພັກ,
ບົດບາດການຄຸ້ມຄອງຂອງລັດ ເພື່ອປຸກລະດົມ ແລະ ຕ້ອນໂຮມກ້ອນກຳລັງ, ຊຸກຍູ້ການຂະຫຍາຍຕົວ  ແລະ
ຮັກສາຄວາມສະຫງົບທາງດ້ານເສດຖະກິດ - ສັງຄົມ.
      ສອງ:  ຕ້ອງມີສະພາບແວດລ້ອມສາກົນທີ່ອຳນວຍ, ເປີດກ້ວາງການຮ່ວມມືກັບສາກົນ ກັບຫຼາຍປະເທດ
ຕາມຈິດໃຈ ( ເພີມຄວາມເປັນເຈົ້າການໃຫ້ສູງຂື້ນໃນການເຄື່ອນໄຫວດ້ານການຕ່າງປະເທດ ແລະຮ່ວມມືກັບ
ສາກົນ ໂດຍຢຶດໝັ້ນໃນແນວທາງ ການຕ່າງປະເທດ  ສັນຕິພາບ  ເອກະລາດ  ມິດຕະພາບ ແລະ ການຮ່ວມື
ຢ່າງສະເໝີຕົ້ນສະເໝີປາຍ  ບົນພື້ນຖານຫຼັກການ ເຄົາລົບເອກະລາດ ອະທິປະໄຕຂອງກັນ,ບໍແຊກແຊງເຂົ້າ
ວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
2.   ບັນດາເງື່ອນໄຂພື້ນຖານ ເພື່ອສືບຕໍ່ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ
ຢູ່ປະເທດເຮົາ.
     ໜຶ່ງ:  ສ້າງໃຫ້ໄດ້ແຫຼ່ງທຶນສະສົມທີ່ຈຳເປັນຈຳນວນໜຶ່ງ,  ຕ້ອງມີນະໂຍບາຍທີ່ສອດຄ່ອງ ເພື່ອເພີມທະວີ
ການສະສົມທຶນຈາກພື້ນຖານເສດຖະກິດແຫ່ງຊາດ ແລະ ສະສົມທຶນໃນການດຶງດູດເອົາການລົງທຶນ ໂດຍກົງ
ຂອງຕ່າງປະເທດ.
      ສອງ: ສ້າງຖັນແຖວພະນັກງານ ແລະ ກຳມະກອນເຕັກນິກ, ກຳມະກອນວິຊາຊີບ  ພຽງພໍທາງດ້ານ ປະລິ
ມານ ແລະ ຄຸນນະພາບ.
      ສາມ:  ຕ້ອງມີການກວດກາຂັ້ນພື້ນຖານ, ກຳແໜ້ນຊັພະຍາກອນທຳມະຊາດ ແລະ ສະພາບເສດຖະກິດ
ສັງຄົມ .
      ສີ່:  ຕ້ອງຊຸກຍູ້ວຽກງານການຄົ້ນຄວ້າ ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ - ເຕັກໂນໂລຢີໃໝ່.
      ຫ້າ:  ຕ້ອງເປີດກ້ວາງການພົວພັນເສດຖະກິດກັບຕ່າງປະເທດ.

ຄຳຖາມຄົ້ນຄວ້າ

1.     ຈຸດພິເສດ,ຄວາມຈຳເປັນ,ຄຸນປະໂຫຍດຂອງ ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ
ຢູ່ປະເທດເຮົາມີຄືແນວໃດ?
2.    ຈຸດໝາຍ,ທັດສະນະ,ເນື້ອໃນພື້ນຖ່ານ ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ
ຢູ່ປະເທດເຮົາມີຫຍັງແດ່?
3.    ບັນດາປັດໃຈ,ເງື່ອນໄຂຈຳເປັນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ພື້ນຖານເສດ
ຖະກິດແຫ່ງຊາດຢູ່ປະເທດເຮົາມີຫຍັງແດ່?

ບົດທີ 5:
ການເງີນ,ສິນເຊື່ອ,ທະນາຄານ ໃນສະໄໝຂ້າມຜ່ານກ້າວຂື້ນສັງຄົມນິຍົມຢູ່ປະເທດເຮົາ.
I.       ການເງີນ.
1.   ບາງບັນຫາພື້ນຖານກ່ຽວກັບການເງີນ
ກ.  ຄວາມສຳນຶກກ່ຽວກັບການເງີນ.
ການເງີນ ແມ່ນມາດຕະເກນເສດຖະກິດ, ແມ່ນ  ລະບົບການພົວພັນເສດຖະກິດເງິນຕາອັນແນ່ນອນ
ສະແດງອອກໃນຂົງເຂດການແຈກຢາຍ ແລະ ນຳໃຊ້ຄັງເງິນຕາລວມສູນ ແລະ ບໍ່ລວມສູນໃນພື້ນຖານເສດ
ຖະກິດແຫ່ງຊາດ ແນໃສ່ພັດທະນາເສດຖະກິດສັງຄົມ.
ຂ.  ທາດແທ້ຂອງການເງີນ
ທາດແທ້ຂອງການເງິນ ແມ່ນເກີດຈາກທາດແທ້ຂອງພື້ນຖານເສດຖະກິດຕະຫຼາດ ແລະ ທາດແທ້ຂອງ
ລັດຄຸ້ມຄອງເສດຖະກິດນັ້ນ  ຕັດສິນຢູ່ແຕ່ລະປະເທດທີ່ມີພື້ນຖານເສດຖະກິດຕະຫຼາດ,    ບັນດາອັດຕະພາບ
ເສດຖະກິດການເງີນໄດ້ຮັບການສ້າງຕັ້ງຂື້ນ.
          ຄ. ພາລະບົດບາດຂອງການເງິນ
          ການເງີນມີ ສອງ ພາລະບົດບາດພື້ນຖານ ນັ້ນແມ່ນ ການແຈກຢາຍ ແລະ ອຳນວຍຄວບຄຸມ.
-  ພາລະບົດບາດແຈກຢາຍຄຸນຄ່າຊັບສິນວັດຖຸ ແລະ ເງິນຕາ ນັ້ນແມ່ນພາລະບົດບາດຕົນຕໍ່ຂອງການເງິນ.
   ພາລະບົດບາດແຈກຢາຍຂອງການເງິນໄດ້ຮັບການຈັດຕັ້ງປະຕິບັດຜ່ານສອງຮູບການນັ້ນແມ່ນ ການແຈກ
ຢາຍຄັ້ງທຳອິດ ແລະແຈກຍາຍຄືນໃໝ່.
·      ແຈກຍາຍທຳອິດ:  ແມ່ນແຈກຍາຍຜົນຂອງການເຄື່ອນໄຫວຜະລິດທຸລະກິດ ຢູ່ບັນດາຫົວໜ່ວຍ
ເສດຖະກິດພື້ນຖານ ເພື່ອໃຫ້ກຳເນີດລາຍຮັບເບື້ອງຕົ້ນ ໃຫ້ບັນດາອັດຕະພາບທີ່ໄດ້ປະກອບທຶນ ແລະ ແຮງ
ງານເຂົ້າໃນການເຄື່ອນໄຫວຜະລິດທຸລະກິດຢູ່ພື້ນຖານເສດຖະກິດນັ້ນ.
·      ແຈກຢາຍຄືນໃໝ່:  ແມ່ນສືບຕໍ່ການແຈກຢາຍລາຍຮັບກຳເນີດຂື້ນ ໃນການແຈກຢາຍ ຄັ້ງທຳອິດ
ໃຫ້ແກ່ຄວາມຕ້ອງການໃຊ້ຈ່າຍ ເພື່ອປະຕິບັດພາລະບົດບາດໜ້າທີ່ຂອງແຕ່ລະອັດຕະພາບ.
-  ພາລະບົດບາດອຳນວຍຄວບຄຸມ    ພາລະບົດບາດອຳນວຍຄວບຄຸມຂອງການເງິນ ເລີມຈາກຄວາມ ຮຽກ
ຮ້ອງ ໃຫ້ປະຕິບັດ ພາລະບົດບດ ແຈກຢາຍ, ເພື່ອຮັບປະກັນການແຈກຢາຍຖືກຕ້ອງ ແລະ ນຳໃຊ້   ແຫຼ່ງເງິນ
ຢ່າງມີປະສິດທິຜົນ. ແມ່ນ: ຜ່ານການເຄື່ອນໝູນຂອງເງິນເພື່ອກວດກາ ແລະ ຕິລາຄາ ປະສິດທິຜົນຂອງການ
ເຄື່ອນໄຫວເສດຖະກິດ -  ສັງຄົມ ໃນຂະບວນວິວັດແຈກຢາຍ ໄດ້ເກີດມີລາຍຮັບ ແລະ ແຈກຢາຍ   ລາຍຮັບ
ຂອງແຕ່ລະອັດຕະພາບ.( ລັດ,ຂະແໜງການ,ບັນດາວິສາຫະກິດ,ປະຊາຊົນ,ການຈັດຕັ້ງການເມືອງ )
          ງ.  ບົດບາດຂອງເງິນ.
-  ການເງິນ ແມ່ນຂອດໜຶ່ງຂອງຂະບວນວິວັດການຜະລິດສຳ ໃນພື້ນຖານເສດຖະກິດຕະຫຼາດ. ຖ້າການເງິນ
ແຈກຢາຍຖືກຕ້ອງ ຂະບວນວິວັດການຜະລິດດຳເນີນສະດວກ ແລະ ຍາດໄດ້ປະສິດທິຜົນສູງ.   ຖ້າການເງິນ
ແຈກຢາຍບໍ່ຖືກຕ້ອງ,ລະເມີດຄວາມຈຳເປັນຂອງເສດຖະກິດຂະບວນການຜະລິດສຳຖືກສັບສົນ.
-  ການເງິນ ແມ່ນພື້ນຖານໜຶ່ງຂອງການຜະລິດ ໃນເສດຖະກິດຕະຫຼາດ. ຖ້າການແຈກຢາຍຖືກຕ້ອງ ການ
ພົວພັນກຳມະສິດຕໍ່ກັບພາຫະນະການຜະລິດ,ການພົວພັນແບ່ງງານ ແລະ ຮ່ວມງານໄດ້ຮັບປົກປ້ອງ ແລະ
ຂະຫຍາຍຕົວ. ຖ້າການເງິນແຈກຍາຍບໍ່ຖືກຕ້ອງ ການພົວພັນກຳມະສິດ ການພົວພັນແບ່ງງານ ແລະ ຮ່ວມ
ງານຈະຖືກທຳລາຍກຸດຫຼ້ຽນໄປ.
-  ການເງິນ - ນະໂຍບາຍ ລາຍຮັບ-ລາຍຈ່າຍ ການເງິນແຫ່ງລັດ ແມ່ນໜຶ່ງໃນບັນດາເຄື່ອງມືທີ່ສຳຄັນລະ
ດັບໜຶ່ງ ເພື່ອຄຸ້ມຄອງ ແລະ ດັດສົມພື້ນຖານເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ. ຜ່ານນະໂຍບາຍລາຍຮັບ-ລາຍຈ່າຍ ການເງິນແຫ່ງລັດ ດັດສົມໂຄງປະກອບຂະແໜ່ງເສດຖະກິດ, ດັດສົມ
ໂຄງການປະກອບບັນດາພາກສ່ວນເສດຖະກິດ ຕາມທ່າອ່ຽງ ຫັນກຳມະສິດຕໍ່ກັບພາຫະນະການຜະລິດເປັນ
ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການຂະຫຍາຍຕົວຂອງກຳລັງການຜະລິດ,ດັດສົມການພົວພັນສັງຄົມ,
ປະຕິບັດຄວາມສະເໝີພາບໃນສັງຄົມ ຕາມເປົ້າໝາຍລັດວິສາຫະກິດສັງຄົມຢູ່ປະເທດເຮົາ.
2.   ລະບົບການເງິນໃນພື້ນຖານເສດຖະກິດ
ລະບົບການເງິນຢູ່ປະເທດເຮົາປະຈຸບັນປະກອບດ້ວຍພາກສ່ວນດັ່ງນີ້:
-  ການເງິນຂອງລັດ ( ໃນນັ້ນ, ງົບປະມານຂອງລັດມີຄວາມສຳຄັນລະດັບໜຶ່ງສ່ອງແສງລວມຍອດການ
ພົວພັນ ລາຍຮັບ - ລາຍຈ່າຍ ການເງິນຂອງລັດ )
-  ການເງິນຂອງວິສາຫະກິດໃນບັນດາຂະແໜ່ງຂື້ນກັບພາກສ່ວນເສດຖະກິດ.
-  ການເງີນຂອງປະຊາຊົນປະກອບດ້ວຍການເງິນຄອບຄົວ ແລະ ສ່ວນບຸກຄົນເອກະລາດ.
-  ການເງິນຂອງບັນດາການຈັດຕັ້ງຂອງສັງຄົມ,ການເມືອງ - ສັງຄົມ.
ບັນດາພາກສ່ວນທີ່ກ່າວມາຂ້າງເທິງ ປະກອບເປັນລະບົບການເມືອງໃນພື້ນຖານເສດຖະກິດແຫ່ງຊາດ ຍ້ອນ
ຂະບວນວິວັດແຈກຢາຍເກີດມີລາຍຮັບ ແລະ ແຈກຢາຍ ການນຳໃຊ້ລາຍຮັບຢູ່ ແຕ່ ລະອັດຕະພາບ  ໃນແຕ່
ລະພາກສ່ວນມີການພົວພັນຊະນິດແໜ້ນນຳກັນ.
          ຕະຫຼາດການເງິນ: ແມ່ນຕະຫຼາດຊື້ຂາຍແຫຼ່ງການເງິນ.  ການຈັດຕັ້ງເຄື່ອນໄຫວຢູ່ຕະຫຼາດ ການເງິນ
ຂອດລະຫວ່າງກາງປະກອບດ້ວຍ:ບັນດາທະນາຄານການຄ້າ,ບັນດາບໍລິສັດປະກັນໄພການເງິນ,ສະຫະກອນ
ສິນເຊື່ອ,ບໍລິສັດຫຼັກຊັບ... ..
·           ລາຍຮັບງົບປະມານປະກອບດ້ວຍແຫຼ່ງດັ່ງນີ້:
-  ລາຍຮັບຈາກພາສີທຸກປະເພດ.
-  ລາຍຮັບຈາກການເຄື່ອນໄຫວ ບໍລິການ ຂອງການຈັດຕັ້ງເສດຖະກິດ,ວັດທະນາທຳ,ສຶກສາ,ສາທາ...ໃຕ້
ຮູບການທຳນຽມ ແລະ ຄ່າທຳນຽມທຸກປະເພດ.
-  ລາຍຮັບຈາກການຂາຍຊັບສິນທີ່ລັດຄຸ້ມຄອງ,ຈາກການປະຕິບັດຜົນປະໂຫຍດເສດຖະກິດຂອງຊັບສິນ,
ເງິນທຶນຂອງລັດມອບໃຫ້ບັນດາອັດຕະພາບແລະພື້ນຖານເສດຖະກິດນຳໃຊ້.
-  ລາຍຮັບຈາກການຊ່ວຍເຫຼືອລ້າ.
·           ລາຍຈ່າຍງົບປະມານລັດປະກອບດ້ວຍບັນດາຮ່ວງ:
 ຈ່າຍປົກກະຕິ: ຈ່າຍຄຸ້ມຄອງລັດ,ປ້ອງກັນຊາດປ້ອງກັນຄວາມສະຫງົບ,ຈ່າຍໃຫ້ແກ່ວຽກງານເສດຖະກິດ ,ວັດທະນະທຳ ,ສຶກສາ ,ສາທາ...ຢູ່ໃນລະດັບທີເໝາະສົມ
- ຈ່າຍລົງທຶນເພື່ອພັດທະນາເສດຖະກິດ-ສັງຄົມ
- ຈ່າຍຊ່ວຍເຫຼືອ
          ໃນແຕ່ລະກໍລະນີແຫລ່ງລາຍຮັບງົບປະມານແຫ່ງລັດ  ບໍ່ສາມາດຕອບສະໜອງ      ຄວາມຕ້ອງການ ຕໍ່ກັບ  ລາຍຈ່າຍຂອງລັດ.  ດັ່ງນັ້ນ,  ຕ້ອງຜ່ານສິນເຊື່ອຂອງລັດ ເພືອກູ້ຢືມພາຍໃນ ແລະ ຕ່າງປະເທດ  ເພື່ອ
ຖົມຂຸມຈຳນວນຂາດດຸນງົບປະມານຂອງລັດ.
          ການເງິນວິສາຫະກິດ  ແມ່ນພື້ນຖານ ,ແມ່ນຈຸດເລີ່ມຕົ້ນຂອງທັງໝົດລະບົບ  ເພາະວ່າ   ວິສາຫະກິດ
ແມ່ນ ບ່ອນຜະລິດສິນຄ້າອອກມາ (ມີຮູບຮ່າງ ແລະ ບໍ່ມີຮູບຮ່າງ) ຂາຍສິນຄ້າຈິງໄດ້ເງິນ. ແຈກຢາຍ ລາຍຮັບ
ດ້ວຍເງິນ   ຢູ່ພາຍໃນ  ລັດວິສາຫະກິດ  ແມ່ນແຫຼ່ງລາຍຮັບເບື່ອງຕົ້ນ  ໃນບັນດາອັດຕະພາບ     ໃນພື້ນຖານ
ເສດຖະກິດ.
          ການເງິນປະຊາຊົນແມ່ນພື້ນຖານຂອງການຂະຫຍາຍເສດຖະກິດສັງຄົມ ເພາະວ່າ ປະຊາຊົນ ແມ່ນ
ຜູ້ປະກອບສ່ວນແຫຼ່ງການເງິນພາຍໃຕ້ບັນດາຮູບການຕັ້ງວິສາຫະກິດ.ບັນດາວິສາຫະກິດເຄື່ອນໄຫວມີປະສິດ
ທິຜົນ ຈະນຳເອົາລາຍຮັບການເງິນຫຼາຍກ່ວາເກົ່າມາໃຫ້ປະຊາຊົນ.
          ການເງິນ ,ການຈັດການ ,ການເມືອງສັງຄົມ(ພັກ,ການຈັດຕັ້ງມະຫາຊົນ,ບັນດາສະມາຄົມວິຊາຊີບ..)
ຂື້ນກັບແຫຼ່ງການເງິນຂອງບັນດາອັດຕະພາບອື່ນ. ແຫຼ່ງການເງິນຂອງ ບັນດາການຈັດຕັ້ງນີ້ສ່ອງແສງເຖິງການ
ເຄືອນໄຫວຂອງເຂົາເຈົ້າໃນສັງຄົມ.
3.   ໜ້າທີຂອງການເງິນຢູ່ປະເທດເຮົາໃນຊຸມປີຕໍ່ໜ້າ
ກ. ສືບຕໍ່ເຮັດໜ້າທີ່ຄົ້ນຄ້ວາສ້າງເງືອນໄຂ ແລະ ກົນໄກ ເ ພືອຈັດຕັ້ງປະຕິບັດນະໂຍບາຍລະດົມ ແລະ ນຳໃຊ້
ແຫຼ່ງທືນພັດທະນາຈຸດສຸມ.
-  ສົ່ງເສີມທຸກພານສ່ວນເສດຖະກິດ  ໃຫ້ຂະຫຍາຍຕົວຢ່າງແຂງແຮງ , ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າ
ໃນການປະຕິບັດແຜ່ນພັດທະນາເສດຖະກິດ - ສັງຄົມໃຫ້ເກິດໝາກເກິດຜົນຕົວຈິງ , ດ້ວຍການປັບປຸງ  ເພີ້ມ
ເຕີມ ນະໂຍບາຍ ,ກົດໝາຍພາສີ ,ສ່ວຍສາອາກອນ ,ຕາມທິດທາງສົ່ງເສີມການຜະລິດ ,ການບໍລິການ ແລະ ລະດົມແຫຼ່ງທືນຈາກຕ່າງປະເທດ ນັບມື້ນັບເພີມຂື້ນ.
-  ນຳໃຊ້ຮູບການ ແລະ ເຄືອງມື  ລະດົມທືນຢ່າງມີປະສິດທິພາບ , ຄົ້ນຄ້ວາໃຊ້ເງືອນໄຂ ແລະ ກົນໄກ ເພືອສ້າງຕັ້ງຕະຫຼາດການເງິນ ແນໃສ່ເພີມຄວາມສາມາດ ລະດົມທືນຈາກສັງຄົມໃຫ້ຫຼາຍຂື້ນ.
-  ສຸມການລົງທືນໃສ່ໂຄງການບູລິມະສິດໃຫ້ມີປະສິດທິຜົນ. ໃນຕໍ່ໜ້ານີ້ ແຫຼ່ງທືນ     ຈາກງົບປະມານ ຂອງລັດຕົ້ນຕໍ່  ແມ່ນສຸມໃສ່ປະຕິບັດໂຄງການກໍ່ສ້າງໂຄງລ່າງພື້ນຖານທີຈຳເປັນ ,  ໂຄງການວັດທະນະທຳ - ສັງຄົມ. ລັດຈະນຳໃຊ້ສ່ວນໜື່ງຂອງທືນກູ້ຢືມຕ່າງໆປະເທດ  ເພື່ອໃຫ້ວິສາຫະກິດ ມີເງືອນໄຂ ແລະ ນອນຢູ່
ໃນ  ເປົ້າໝາຍສົງເສີມລັດກູ້ຢືນຕໍ່.
ຂ.  ປະຕິບັດໜ້າທີຄຸ້ມຄອງງົບປະມານຕາມຫຼັກສູນລວມສູນ   ເປັນເອກະພາບ ສົມທົບ ກັບ ການ ເປີດກ້ວາງ
ຫົວຄິດປະດິດສ້າງ ແລະ ສິດເປັນເຈົ້າຂອງທ້ອງຖິ່ນ       ໃນການປະຕິບັດວິໄນ ການເງິນ ແລະ ການຄຸ້ມຄອງ
ງົບປະມານຢ່າງເຂັ້ມງວດ ຕາມທິດສ້າງ ແຂວງໃຫ້ເປັນຫົວໜ່ວຍຍຸກທະສາດ,ເມືອງເປັນຫົວໜ່ວຍແຜນການ
 - ການເງິນ ,ບ້ານເປັນຫົວໜ່ວຍພື້ນຖານຈັດຕັ້ງປະຕິບັດ. ຄົ້ນຄ້ວາປັບປຸງກົດໝາຍງົບປະມານ  ໃຫ້ສອດຄ່ອງ
ດ້ວຍການກຳນົດໃຫ້ແຈ້ງຕືມອີກ ກ່ຽວກັນແຫຼ່ງລາຍຮັບ ແລະໜ້າທີ່ຮັບຜິດຊອບຂອງຂະແໜ່ງການເງິນ
ໃນແຕ່ລະຂັ້ນ.
ຄ.  ສືບຕໍ່ປະຕິບັດໜ້າທີຮ່ວມມືທາງດ້ານເສດຖະກິດ - ການເງິນກັບຕ່າງໆປະເທດ  ເພືອພັດທະນາ ພື້ນ
ຖານການຜະລິດ ແລະ ໂຄງລ່າງເສດຖະກິດ ,ສັງຄົມ. ປັບປຸງການຄຸ້ມຄອງນຳໃຊ ້ການຊ່ວຍເຫຼືອ ແລະ ກູ້ຢືມ
ໃຫ້ມີປະສິດທິຜົນ ,ເປັນເອກະພາບ ແລະ ລວມສູນຢູ່ບ່ອນດຽ່ວ.
ງ.  ປະຕິບັນໜ້າທີ່ຄົ້ນຄ້ວາວິໄຈ ແລະກຳນົດຄືນໃໝ່ ຄວາມໝາຍ ແລະ ລັກສະນະຂອງບັນດາວິສາຫະກິດ: ລັດວິສາຫະກິດຮັບໃຊ້ ສາທາລະນະປະໂຫຍດ ອັນຈຳເປັນຂອງ ສັງຄົມ , ລັດວິສາຫະກິດ  ທີ່ລັດບໍ່ມີຄວາມ
ຈຳເປັນຖືກຳມະສິດ. ຈາກນັ້ນຈຶ່ງຄົ້ນຄ້ວາ ແລະ ວາງມາດຕາເກນ ທີ່ເໝາະສົມ ເພື່ອປັບປຸງ   ການຄຸ້ມຄອງ
ລັດວິສາຫະກິດດັ່ງກ່າວໃຫ້ສອດຄ່ອງ ແລະ ມີປະສິດທິຜົນດີຂື້ນ.
ຈ.  ສຸມໃສ່ປະຕິບັດວຽກງານການເງິນຢ່າງເຂັ້ມງວດ ແລະ ໃຫ້ສອດຄ່ອງ   ກັບລະດັບ ການພັດທະນາ ເສດຖະກິດຂອງປະເທດເຮົາແຕ່ລະໄລຍະ ,ນຳໃຊ້ເຄືອງມືການເງິນທາງກົງ ແລະ ທາງອອ້ມຢ່າງຄ່ອງຕົວ
ແລະ ມີປະສິດທິຜົນ , ກຳຈັດ ແລະ ຫຼຸດຜ່ອນໜີ້ສິນເກີນກຳນົດ ແລະ ໜີ້ເສຍລົງເປັນກ້າວໆ.
ສ. ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນໃຫ້ສ່ອດຄ່ອງ ແລະ ມີຄຸນນະພາບ ເພື່ອສາມາດ
ຈັດຕັ້ງປະຕິບັດ ແຜນນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ  ໃຫ້ມີປະສິດທິຜົນ  ໂດຍສະເພາະ
ແມ່ນ  ຍົກລະດັບຄຸນທາດການເມືອງ, ຄວາມຮູ້  ຄວາມສາມາດ ທາງດ້ານວິຊາການ  ໃຫ້ແກ່  ພະນັກງານ
ການເງິນ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.

Comments

Popular posts from this blog

ໂລຊິກສາດ

ກໍ່ສ້າງພັກ