ໂລຊິກສາດ
ຂະໜານຕອບວິຊາໂລຊິກສາດ
ທິດສະດີການເມືອງ-ການປົກຄອງ ຊັ້ນສູງ ປີ 1 ຮຸ່ນ X
ບົດທີ 1 : ປະຫວັດສາດຂອງໂລຊິກສາດ. ( ອາຈານ ບຸນຍູ້ ວົງທິສານ ).
ຄໍາຖາມ 1. ການກໍາເນີດ ແລະ ໂຄງປະກອບຂອງໂລຊິກສາດມີຄືແນວໃດ ?.
ຕອບ: ການກໍາເນີດຂອງໂລຊິກສາດ: ຄໍາວ່າ: “ ໂລຊິກ ” ( logic ) ແມ່ນມາຈາກຄໍາສັບ “ ໂລກົດສ’ ” ( logos ) ຂອງພາສາເກຼັກ ໄດ້ປະກົດຕົວຂື້ນຄັ້ງທໍາອິດໃນບົດນິພົນຂອງນັກປັດຊະຍາບູຮານເກຣັກທີ່ມີຊື່ວ່າ:ທ່ານ “ ເຮຣາເກີລິດ ” ( 540-480 ກ່ອນ ຄສ ), ຖ້າໄລ່ມາຮອດປະຈຸບັນນີ້ໄດ້ 26 ສະຕະວັດ ແມ່ນລັກສະນະກົດເກນຄົງຕົວ ທ່ານໄດ້ຂຽນວ່າ: “ ໂລກນີ້ໄດ້ພວມກໍ່ ແລະ ຈະເປັນແປວໄຟໜຶ່ງທີ່ມີຊີວິດຊີວາຕະຫຼອດກາລະນານທີ່ໄໜ້ຟຸ້ງຂື້ນ ແລະ ກໍ່ດັບມອດໄປເອງຕາມບັນດາກົດເກນແນ່ນອນ ” ແລະ ທ່ານກໍ່ໄດ້ຮຽກວ່າ:“ໂລກົດ” ( Logos ).
§ ປະຈຸບັນນີ້ ຄໍາສັບໂລຊິກເຄີຍໄດ້ໃຊ້ຕາມສອງຄວາມໝາຍດັ່ງນີ້:
· ໂລຊິກສິ່ງວັດ ຖຸ ຫຼື ໂລຊິກພາວະວິໄສ: ແມ່ນໃຊ້ເພື່ອຊີ້ບອກລັກສະນະທີ່ຍ່ອມເປັນໄປໄດ້ຕາມລັກສະນະກົດເກນໃນຕົວຈິງຂອງສິ່ງວັດຖຸ ແລະ ປະກົດການຕ່າງໆຂອງໂລກພາວະວິໄສ.
· ໂລຊິກຈິນຕະນາການ ຫຼື ໂລຊິກອັດຕະວິໄສ: ແມ່ນໃຊ້ເພື່ອຊີ້ບອກລັກສະນະທີ່ເປັນໄປໄດ້ຕາມລັກສະນະກົດເກນ ຂອງກະໂຕຈິນຕະນາການເອງ ທີ່ມີລັກສະນະແໜ້ນແຟ້ນ, ສົມເຫດສົມຜົນຂອງການຈັດວາງສັບຊ້ອນບັນດາຄວາມສໍານຶກມາກຕະເກນກໍ່ຄືຫຼັກມູນຂອງຈິນຕະນາການໃດໜຶ່ງ.
+ ໂຄງປະກອບຂອງໂລຊິກສາດ: ແມ່ນປະກອບມີ 2 ຮູບແບບ ຄື: ໂລຊິກຮູບການ ແລະ ໂລຊິກສັດຈະວິພາກ ເຊີ່ງແມ່ນສອງຂັ້ນສອງລະດັບແຫ່ງການຂະຫຍາຍຕົວຂອງໂລຊິກສາດ.
+ ໂລຊິກສາດແມ່ນວິທະຍາສາດໜຶ່ງທີ່ຂະຫຍາຍຕົວຕາມປະຫວັດສາດ ການເຄື່ອນເໜັງແຕ່ໂລຊິກຮູບການ ເຖິງໂລຊິກສັດຈະວິພາກ ແມ່ນການສະແດງທາງດ້ານປະຫວັດສາດທີ່ຍ່ອມເປັນໄປແຫ່ງການຂະຫຍາຍຕົວຂອງຄວາມຮັບຮູ້.
1) ໂລຊິກຮູບການ: ແມ່ນວິທະຍາສາດຄົ້ນຄວ້າບັນດາຮູບການ ແລະ ບັນດາກົດເກນຂອງຈິນຕະນາການ ແນໃສ່ຄວາມຊັດເຈນທາງດ້ານຮູບການ, ໂລຊິກຂອງຈິນຕະການເປັນຂະບວນວິວັດແຫ່ງຄວາມຮັບຮູ້ສັດຈະທໍາ.
ຜູ້ໃຫ້ກໍາເນີດໂລຊິກຮູບການດ້ານຈິນຕະນາການ ແມ່ນທ່ານ “ ອາຣິດສະໂຕດ ” ( 384-322 ກ່ອນ ຄສ )ເພີ່ນເປັນນັກປັດຊະຍາເກຣັກ, ໃນສະຕະວັດທີ 16-17 ໂລຊິກຮູບການໄດ້ມີຄວາມກ້າວໜ້າໃໝ່ຍ້ອນການຂະຫຍາຍຕົວຂອງວິທະຍາສາດທໍາມະຊາດທົດລອງໂດຍ ແມ່ນທ່ານ “ ເບເກີນ ”( 1561-1626 ) ນັກປັດຊະຍາຂອງອັງກິດ ໄດ້ຄົ້ນຄວ້າກ່ຽວກັບໂລຊິກອະນຸມານ.ຈົນມາຮອດທ້າຍສະ ຕະວັດທີ 18 ທ່ານ “ ກັງເຕີ ”( 1724-1824 ) ນັກປັດຊະຍາເຢຍລະມັນ, ເພີ່ນໄດ້ໃຫ້ທັດສະນະວ່າ: “ ໂລຊິກຮູບການພຽງແຕ່ເອົາໃຈໃສ່ຄົ້ນຄວ້າບັນດາຮູບການອັນລວມຂອງຈິນຕະນາການເທົ່ານັ້ນ, ແຕ່ຫາກຍັງບໍ່ທັນໄດ້ເອົາໃຈໃສ່ເຖິງເນື້ອໃນອັນລະອຽດຂອງຈິນຕະນາການ ”.
2) ໂລຊິກພາວະວິໄສ(ສັດຈະວິພາກ): ແມ່ນທ່ານ“ ເຮແກນ ” ( 1770-1831 ) ນັກປັດຊະຍາເຢຍລະມັນ ເປັນຜູ້ທີ່ໃຫ້ກໍາເນີດທິດສະດີອັນໃໝ່ກ່ຽວກັບໂລຊິກສັດຈະວິພາກ, ເພີ່ນໄດ້ສືບທອດ ແລະ ເສີມຂະຫຍາຍຕື່ມມາຈາກໂລຊິກບົດພະບົດຮຽນຂອງທ່ານ“ ກັງເຕີ ” ນັບທັງຂອງນັກປັດຊະຍາເກຣັກບູຮານ ແລະ ອີງໃສ່ຜົນສໍາເລັດບັນດາການປະດິດອັນໃໝ່ຂອງວິທະຍາສາດ ທໍາມະຊາດໃນທ້າຍສັດຕະວັດທີ 18 ແລະ ຕົ້ນສະຕະວັດທີ 19 ເພີ່ນໄດ້ຫັນລັກສະນະສັດຈະວິພາກຂອງໂລກ ທໍາມະຊາດນັ້ນ ໃຫ້ກາຍເປັນຄໍາເວົ້າສັດຈະວິພາກຂອງຄວາມສໍານຶກໃນໂລຊິກສາດ.
- ໂລຊິກສັດຈະວິພາກຂອງເຮແກນ ໄດ້ກໍ່ສ້າງບົນພື້ນຖານຈິດຕະນິຍົມ ເປົ້າໝາຍຂອງໂລຊກສາດຂອງເພີ່ນແມ່ນຄວາມສໍານຶກເດັດຖານ ຊຶ່ງເຄື່ອນເໜັງດ້ວຍຮູບການໜຶ່ງຂອງຄວາມນຶກຄິດເດັດຖານ ແລະ ແມ່ນການເຄື່ອນເໜັງໂດຍຕົນເອງຂອງບັນດາຄວາມສໍານຶກ ເຊີ່ງແຕ່ລະຄວາມສໍານຶກນັ້ນ ເປັນຮູບການໜຶ່ງທີ່ສະແດງອອກມາຈາກຄວາມສໍານຶກເດັດຖານ ແລະ ສັດຈະວິພາກຂອງຄວາມສໍານຶກພັດເປັນສິ່ງທີ່ໃຫ້ກໍາເນີດສັດຈະວິພາກຂອງສິ່ງວັດຖຸ.
..............................................................................
ຄໍາຖາມ2. ຄວາມສໍານຶກແມ່ນຫຍັງ? ດ້ານໃນ ແລະ ດ້ານນອກຂອງຄວາມສໍານຶກມີຄືແນວໃດ? ( ສົມທຽບພຶດຕິກໍາ ).
ຕອບ: ຄວາມສໍານຶກແມ່ນຮູບການໜຶ່ງຂອງຈິນຕະນາການທີ່ສ່ອງແສງລັກສະນະຈໍາເພາະ ທີ່ເປັນທາດແທ້ ແລະ ອັນລວມຂອງສິ່ງວັດຖຸໃນໂລກພາວະວິໄສ, ແມ່ນຂະບວນວິວັດຫັນເປັນນາມມະທໍາໂດຍສັງເຂບຂອງສີ່ງວັດຖຸໃນໂລກພາວະວິໄສ.
- ຄວາມສໍານຶກ ແມ່ນໝາກຜົນຂອງຂະບວນວິວັດແຫ່ງການຫັນເປັນຈິນຕະາການນາມມະທໍາໃນທຸກໆຂະບວນວິວັດຂອງຈິນຕະນາການລ້ວນແຕ່ບັນຈຸຄວາມສໍານຶກ, ຖ້າຫາກຄົນເຮົາຂາດຄວາມສໍານຶກແລ້ວຈະບໍ່ມີຈິນຕະນາການ ແລະ ຖ້າຂາດຈິນຕະນາການແລ້ວຈະບໍ່ມີຄວາມສໍານຶກ.
- ຄວາມສໍານຶກ ເກີດຂື້ນແມ່ນໄດ້ສະໜິດຕິດພັນກັບຂະບວນວິວັດແຫ່ງຄວາມຮັບຮູ້ ແລະ ເຄື່ອນໄຫວພຶດຕິກໍາຂອງຄົນ ຈິນ ຕະນາການຂອງຄົນຈະບໍ່ຢຸດຢູ່ນາມມະທໍາເທົ່ານັ້ນ, ໃນເມື່ອຄົ້ນຄວ້າເຫັນລັກສະນະຈໍາເພາະທີ່ເປັນທາດແທ້ຂອງສິ່ງວັດຖຸໜຶ່ງ,ຈິນຕະນາການນາມມະທໍາຈະກາຍເປັນຈິນຕະນາການຮູບປະທໍາ.
+ ດ້ານໃນ ແລະ ດ້ານນອກຂອງຄວາມສໍານຶກມີຄື:
§ ດ້ານໃນຂອງຄວາມສໍານຶກ: ແມ່ນການສັງລວມບັນດາສັນຍານໝາຍສິ່ງທີ່ຕ່າງກັນກັບເປົ້າໝາຍ ຫຼື ຊັ້ນເປົ້າໝາຍ ທີ່ໄດ້ສ່ອງແສງຄວາມສໍານຶກ. ດ້ານໃນແມ່ນບັນຈຸຄວາມສໍານຶກຂອງຄົນ, ຄົນມີຄວາມສາມາດຜະລິດ ແລະ ນໍາໃຊ້ເຄື່ອງອອກແຮງງານ ທັງມີຄວາມສາມາດທາງດ້ານຈິນຕະນາການນາມມະທໍາ.
§ ດ້ານນອກຂອງຄວາມສໍານຶກ: ແມ່ນເປົ້າໝາຍ ຫຼື ການເຕົ້າໂຮມເປົ້າໝາຍ ທີ່ສ່ອງແສງຢູ່ໃນຄວາມສໍານຶກດ້ານນອກ, ແມ່ນການເຕົ້າໂຮມສະສົມບັນດາວັດຖຸ ທີ່ຄວາມສໍານຶກໄດ້ສ່ອງແສງອອກມາຂອງການເຄື່ອນໄຫວຄົນໃນຂົງເຂດການຜະລິດ, ການເຄື່ອນໄຫວທົດລອງວິທະຍາສາດ-ເຕັກນິກ.
+ ສົມທຽບພຶດຕິກໍາ : ຄວາມສໍານຶກດ້ານນອກ, ດ້ານໃນຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ ມີຄື:
- ດ້ານນອກ: ແມ່ນເປັນປະທານປະເທດ ສ ປປ ລາວ, ເປັນປະທານພັກປະຊາຊົນປະຕິວັດລາວ ແລະ ເປັນປະທານສະພາລັດຖະມົນຕີ.
- ດ້ານໃນ: ແມ່ນເປັນຜູ້ນໍາພາປົດປ່ອຍປະເທດຊາດ, ນໍາພາທຸກໄຊຊະນະຂອງການປະຕິວັດ ແລະ ເປັນຜູ້ທີ່ມີຈິດໃຈເດັດ ອົງອາດກ້າຫານ.
............................................................................................................
ບົດທີ 2 : ການສັນນິຖານ ( ອາຈານ ພູເຂົາ ສີຫາວົງ ).
ຄໍາຖາມ 1: ສັນນິຖານແມ່ນຫຍັງ? ສັນນິຖານມີຈັກປະເພດ? ຄືປະເພດໃດແດ່?
ຕອບ : ສັນນິຖານ: ແມ່ນຮູບການໜຶ່ງຂອງຈິນຕະນາການນາມມະທຳ ທີ່ໝູນໃຊ້ຄວາມສຳນຶກເພື່ອຢັ້ງຢືນ ຫຼື ປະຕິເສດລັກ ສະນະໃດໜຶ່ງຂອງສິ່ງວັດຖຸ ແລະ ປະກົດການ, ມັນແມ່ນກຳລັງສາມາດຂອງຈິນຕະນາການ ຊຶ່ງມັນຕິດພັນກັບຄວາມສຳນຶກ ເພື່ອໃຫ້ກຳເນີດຄຸນຄ່າສັດຈະທຳ. (ສັນນິຖານ: ສະເໜີ ຫຼື ລົງຄຳເຫັນເປັນການຄາດຄະເນໄວ້ກ່ອນ)ຕົວຢ່າງ:
- ສັນນິຖານວ່າ: ວຽງຈັນແມ່ນນະຄອນຫຼວງຂອງ ສປປ ລາວ (ຖືກຕ້ອງ)
- ສັນນິຖານວ່າ: ວຽງຈັນເປັນເມືອງເອກຂອງລາວແຕ່ບູຮານເຖິງປະຈຸ ບັນ (ຜິດ).
- ສັນນິຖານວ່າ: ກາທຸກໂຕຢູ່ໃນໂລກມີສີດຳ (ຜິດ).
- ສັນນິຖານວ່າ: ກາຢູ່ໃນໂລກຈຳນວນໜຶ່ງມີສິດຳ (ຖືກຕ້ອງ).
ສັນນິຖານມີ 1 ຕົວຈິງ, 2 ແມ່ນປອມແປງ. ຖ້າສັນນິຖານຖືກຕົວຈິງຈິນຕະນາການຂອງຄົນເຮົາຖືກ ຕົວຈິງ, ກົງກັນຂ້າມຖ້າຈິນຕະນາການຂອງຄົນເຮົາບໍ່ສອດຄ່ອງກັບຕົວຈິງແມ່ນສັນນິຖານປອມແປງ.
§ ສັນນິຖານ ມີ 2 ປະເພດ ຄື: ປະເພດງ່າຍດາຍ ແລະ ປະເພດສັບສົນ:
- ສ່ວນໃຫຍ່ຄົນແຂວງ ສະຫວັນນະເຂດ
............................................................................
ຄໍາຖາມ3. ການສັນນິຖານແບບສັບສົນແມ່ນແນວໃດ? ມີຈັກປະເພດ? ຄືປະ ເພດໃດແດ່?.
ຕອບ: ການສັນນິຖານແບບສັບສົນ : ແມ່ນວິທພຍາສາດໜຶ່ງ ທີ່ຄົນເຮົາເຂົ້າໃຈຍາກພໍສົມຄວນ, ມັນປະກອບສ້າງຂື້ນຈາກບັນດາສັນນິຖານແບບງ່າຍດາຍ.
ໃນການສັນນິຖານແບບສັບສົນມີ : 5 ປະເພດ ຄື:
1) ສັນນິຖານລະຫວ່າງ A ແລະ B ( A B ).
2) ສັນນິຖານລະຫວ່າງ A ຫຼື B ( A U B ).
3) ສັນນິຖານລະຫວ່າງ A ຫຼືວ່າ B ( A V B ).
4) ສັນນິຖານ A ແມ່ນ B ( A B ).
5) ສັນນິຖານ ເພື່ອຊອກຫາຫຼັກກໍານົດ ແລະ ເງື່ອນໄຂທີ່ຕ້ອງການພຽງພໍ.
---------------------------------------------------------.
ບົດທີ 3: ບັນດາກົດເກນພື້ນຖານຂອງໂລຊິກຮູບການ. ( ອາຈານ ບຸນຍູ້ ວົງທິສານ ).
ຄໍາຖາມ 1 : ຄວາມຮຽກຮ້ອງຕ້ອງການຂອງແຕ່ລະກົດເກນພື້ນຖານຂອງໂລຊິກຮູບການມີຫຍັງແດ່ ? ແຕ່ລະກົດເກນນັ້ນມີຄວາມໝາຍຫຍັງແດ່ ? ໃຫ້ແກ່ການຄົ້ນຄິດ ແລະ ການເຄື່ອນໄຫວຕົວຈິງຂອງພວກເຮົາ?.
ຕອບ: ຄວາມຮຽກຮ້ອງຕ້ອງການຂອງແຕ່ລະກົດເກນພື້ນຖານຂອງໂລຊິກຮູບການ ແລະ ຄວາມໝາຍ ໃຫ້ແກ່ການຄົ້ນຄິດ ແລະ ເຄື່ອນໄຫວຕົວຈິງພວກເຮົາມີຄື: ບັນດາກົເກນພື້ນຖານຂອງໂລຊິກຮູບການມີ 4 ກົດເກນ ຄືື:
· ກົດເກນເປັນອັນໜຶ່ງອັນດຽວ ( ເອກະພາບ ):
§ ຄວາມຮຽກຮ້ອງຕ້ອງການແມ່ນຮັບປະກັນໃຫ້ແກ່ຈິນຕະນາການມີລັກສະນະກໍານົດໄດ້, ລັກສະນະກໍານົດແມ່ນຄຸນທາດໜຶ່ງ ຫຼື ບໍ່ອາດຈະຂາດໄດ້ຂອງຈິນຕະນາການທີ່ຊັດເຈນ, ຈິນຕະນາການນີ້ພາໄປເຖິງສັດຈະທໍາ, ລັກສະນະກໍານົດຢ່າງຈະ ແຈ້ງຄັກແນ່ຂອງຄວາມສໍານຶກນັ້ນຮັບປະກັນໃຫ້ແກ່ລັກສະນະກໍານົດຂອງຈິນຕະນາການ.
ຄວາມສໍານຶກຕ່າງໆທີ່ນໍາໃຊ້ນັ້ນ ບໍ່ຄຸມເຄືອມະລຸ້ມມະລ້ວຍທາງດ້ານເນື້ອໃນ (ດ້ານໃນ) ບໍ່ເຂົ້າໃຈ ແລະ ອະທິບາຍຢ່າງມະລຸ້ມມະລ້ວຍ ແລະ ເຄີ່ງໆກາງໆ. ຖ້າພົບພໍ້ຄໍາສັບທີ່ມີຫຼາຍຄວາມໝາຍນັ້ນ ຕ້ອງກໍານົດຈະແຈ້ງຄວາມໝາຍທີ່ເຮົານໍາໃຊ້. ເມື່ອໃດຄວາມສໍານຶກເຫຼົ່ານັ້ນຍັງຄຸມເຄືອ ບໍ່ຊັດເຈນພາໄປເຖິງສະພາບທີ່ເຂົ້າໃຈ ແລະ ໜູນໃຊ້ແນວໃດກໍ່ໄດ້ຕາມລຳພັງ, ບາງຄັ້ງເຂົ້າ ໃຈ ແລະ ໜູນໃຊ້ເຂົ້າໃສ່ຕົວຈິງທີ່ກົງກັນຂ້າມກັບມັນກໍ່ຈະເປັນໄປໄດ້.
§ ຄວາມໝາຍທາງດ້ານປັດຊະຍາຂອງກົດເກນຢູ່ບ່ອນວ່າ: ກົດເກນນີ້ແມ່ນການສ່ອງແສງລັກສະນະກໍານົດທາງດ້ານຄຸນນະພາບ ( ລັກສະນະປົກກະຕິທຽບຖານທາງດ້ານຄຸນນະພາບ) ຄຸນນະພາບຂອງບັນດາສິ່ງວັດຖຸ ແລະ ປະກົດການໃນໂລກພາ ວະວິໄສ. ເມື່ອໃດສິ່ງວັກຖຸແມ່ນມັນເອງບໍ່ທັນກາຍເປັນອັນອື່ນ, ເມື່ອນັ້ນເນື້ອໃນຂອງຄວາມສໍານຶກຂອງພວກເຮົາກ່ຽວກັບສິ່ງວັດຖຸຕ້ອງໄດ້ຮັກສາໄວ້ຄືເກົ່າບໍ່ປ່ຽນແປງ ຕ້ອງເປັນອັນໜຶ່ງອັນດຽວກັນກັບມັນ.
· ກົດເກນໄຮ້ຂໍ້ຂັດແຍ່ງໂລຊິກ :
§ ຮຽກຮ້ອງຕ້ອງປັດເຂ່ຍບັນດາຂໍ້ຂັດແຍ່ງໂລຊິກອອກຈາກຈິນຕະນາການ. ໃນຈິນຕະນາການເສດຖະກິດ ກໍ່ຄືຈິນຕະ ນາການທາງດ້ານການເມືອງ ຫຼື ເວົ້າລວມຈິນຕະນາການຢູ່ໃນຂົງເຂດໃດກໍ່ຕາມ ກໍ່ຕ້ອງຫຼີກເວັ້ນບັນດາຂໍ້ຂັດແຍ່ງໂລຊິກ ເຮັດໃຫ້ຈິນ ຕະນາການມີລັກສະນະຊວນເຊື່ອຢ່າງສູງສົ່ງ.
§ ຄວາມໝາຍຂອງໂລຊິກໄຮ້ຂໍ້ຂັດແຍ່ງ ແມ່ນມາດຕະຖານຂອງທຸກໆການວິພາກວິທະຍາສາດ ແລະ ຂອງຈິນຕະນາການທຸກຢ່າງ.
· ກົດເກນປັດເຂ່ຍອັນເຄິ່ງກາງ (ກົດເກນປັດເຂ່ຍອັນທີ 3 ):
- ໃນເມື່ອມີບັນຫາທີ່ຕັ້ງຂື້ນໃນຂອບເຂດໃດໜຶ່ງທີ່ຈະແຈ້ງແລ້ວນັ້ນ ແນ່ນອນມັນຮຽກຮ້ອງໃຫ້ຕ້ອງມີຄໍາຕອບທີ່ຖືກຕ້ອງ ແລະ ຈະແຈ້ງຊັດເຈນ. ດ້ວຍເຫດນັ້ນ, ກົດເກນປັດເຂ່ຍອັນເຄິ່ງກາງຈິ່ງຮຽກຮ້ອງໃຫ້ຈິນຕະນາການຕ້ອງຍອມຮັບຮອງເອົາຄວາມຖືກຕ້ອງຂອງໜຶ່ງໃນສອງຄໍາເຫັນທີ່ປະຕິເສດກັນນັ້ນ ເພື່ອໃຫ້ມີຄໍາຕອບຈະແຈ້ງ ບໍ່ໄດ້ຫຼີກລ້ຽງ ບໍ່ໃຫ້ອະທິບາຍແບບ ລວມໆທີ່ເຂົ້າໃຈແນວໃດກໍ່ໄດ້ຕໍ່ໜ້າບັນຫາລະອຽດ.
- ໃນຕົວຈິງພວກເຮົາກໍາໄດ້ກົດເກນປັດເຂ່ຍອັນເຄິ່ງກາງນີ້ ເມື່ອຢືນຢູ່ຕໍ່ໜ້າສອງທັດສະນະ ສອງຄວາມສາມາດ, ສອງວິທີການທີ່ປະຕິເສດກັນ. ປະຕິບັດຕາມກົດເກນປັດເຂ່ຍອັນເຄິ່ງກາງນັ້ນຮັບປະກັນໃຫ້ຈິນຕະນາການຕ້ອງເດັດຂາດຈະແຈ້ງສະເໝີຕົ້ນສະເໝີປາຍ.
- ຄວາມໝາຍຂອງກົດເກນປັດເຂ່ຍອັນເຄິ່ງກາງກໍ່ຄືກົດເກນໄຮ້ຂໍ້ຂັດແຍ່ງໂລຊິກ ລ້ວນແຕ່ແມ່ນສ່ອງແສງລັກສະນະປົກ ກະຕິທຽບຖານທາງດ້ານຄຸນນະພາບຂອງບັນດາສິ່ງວັດຖຸປະກົດການໃນໂລກກພາວະວິໄສ.
· ກົດເກນເຫດຜົນພຽງພໍ :
§ ກົດເກນເຫດຜົນພຽງພໍຮຽກຮ້ອງໃຫ້ມີບັນດາຈຸດວິພາກທັດສະນະ,ແນວຄິດ... ຂອງພວກເຮົາຕ້ອງໄດ້ຮັບປະກັນການ
ອະທິບາຍດ້ວຍເຫດຜົນ,, ຕ້ອງໄດ້ພິສູດຢ່າງແນບນຽນບັນຫາພື້ນຖານທີ່ພຽງພໍ ເພື່ອສະແດງໃຫ້ເຫັນການສົມເຫດສົມຜົນ ແລະ
ຖືກຕ້ອງຂອງມັນ.
§ ຄວາມໝາຍຂອງກົດເກນເຫດຜົນພຽງພໍ ເພື່ອຮັບປະກັນໃຫ້ແກ່ຈິນຕະນນາການມີລັກສະນະທີ່ມີບ່ອນອີງອັນໝັ້ນຄົງ, ມີລັກສະນະອາດພິສູດໄດ້, ເຮັດໃຫ້ຈິນຕະນາການມີລັກສະນະວິທະຍາສາດ ແລະ ເຮັດໃຫ້ຈິນຕະນາການມີກໍາລັງຊວນເຊື່ອໄດ້ນັ້ນ, ໃນເມື່ອເວລາທີ່ໝູນໃຊ້ກົດເກນນັ້ນຕ້ອງເອົາໃຈໃສ່ບາງຈຸດດັ່ງນີ້:
o ການພິສູດພວກເຮົາອາດຈະນໍາໃຊ້ບັນດາເຫດການທີ່ມີແທ້ ເພື່ອເປັນຫຼັກການ ແຕ່ວ່າເມື່ອນໍາໃຊ້ບັນດາເຫດການເພື່ອເປັນຫຼັກຖານນັ້ນຕ້ອງໄດ້ວິເຄາະ ແລະ ອະທິບາຍດ້ວຍເຫດຜົນ ຕີລາຄາບັນດາເຫດການ, ອະທິບາຍໃຫ້ໄດ້ລັກສະນະກົດ ເກນທີ່ແຝງຊ້ອນຢູ່ທາງໃນຂອງບັນດາເຫດການນັນ.ການເຮັດຄືແນວນັ້ນແມ່ນຊີ້ໃຫ້ເຫັນຄວາມແຕກຕ່າງກັນຢ່າງຂາດຂັ້ນກັບແບບບູຊາເຫດການ, ການສວຍໃຊ້ບັນດາເຫດການທີ່ເກີດຂື້ນໂດຍບັງເອີນ ເພື່ອຖອດເອົາຄໍາສະຫຼຸບທີ່ຝືນວິທະຍາສາດ.
o ບໍ່ຖືເອົາເປັນບັນຫາອັນໜຶ່ງອັນດຽວກັນລະຫວ່າງອິດທິພົນບຸກຄົນກັບສັດຈະທໍາ, ບໍ່ເອົາອິດທິພົນບຸກຄົນປ່ຽນແທນໃຫ້ແກ່ການພິສູດວິທະຍາສາດບັນຫາຂອງມັນແມ່ນຢູ່ບ່ອນວ່າ ຜູ້ແຕ່ງມັນຂື້ນມານັ້ນມີອິດທິພົນ ຫຼື ມີອິດທິພົນ,ເຖິງວ່າອິດທິພົນກໍ່ເປັນສິ່ງທີ່ໜ້ານັບຖືຢ່າງສູງກໍ່ຕາມ, ໝາຍຄວາມວ່າ: ຕ້ອງຖືເອົາສັດຈະທໍາເປັນສີ່ງຕັດສິນສູງກວ່າອິດທິພົນບຸກຄົນ ແລະ ສ່ອງແສງສາຍພົວພັນເຫດ ແລະ ຜົນຕົວຈິງ.
-------------------------------------------------------.
ບົດທີ 4: ການໄຕ່ຕອງ ( ອາຈານ ບຸນຍູ້ ວົງທິສານ ).
ຄໍາຖາມ 1. ສະຫາຍເຂົ້າໃຈແນວໃດກ່ຽວກັບການໄຕ່ຕອງແບບອະນຸມານ ?
ຕອບ: ການໄຕ່ຕອງແບບອະນຸມານ: ແມ່ນການໄຕ່ຕອງປະເພດໜຶ່ງທີ່ເລີ່ມແຕ່ເອົາບັນດາຄວາມຮັບຮູ້ກ່ຽວກັບອັນລວມເພື່ອກ້າວໄປເຖິງຄວາມຮັບຮູ້ອັນສະເພາະ, ເຊິ່ງມີລັກສະນະພິເສດ ແມ່ນອີງໃສ່ບັນດາຫຼັກກໍານົດທີ່ເປັນປະຖົມປັດໄຈທັງໝົດລ້ວນແຕ່ແມ່ນສັນນິຖານທີ່ຊື່ສັດ ( ສັກຈະທໍາ ) ໄດ້ນັ້ນຕ້ອງຮັບປະກັນທທັງສອງເງື່ອນໄຂດັ່ງນີ້:
- ໜຶ່ງ: ບັນດາປະຖົມປັດໄຈຕ້ອງຊື່ສັດ.
- ສອງ: ຕ້ອງປະຕິບັດຕາມຫຼັກການກໍານົດອະນຸມານທັງ2 ເງື່ອນໄຂຄື: ເງື່ອນໄຂທທີ່ຕ້ອງການ ແລະ ເງື່ອນໄຂພຽງພໍເພື່ອໃຫ້ຜົນສະຫຼຸບຂອງອະນຸມານຊື່ສັດ.
ໂລຊິກຮູບການຄົ້ນຄວ້າລະບົບບັນດາຫຼັກກໍານົດອະນຸມານ ເຊີ່ງຈິນຕະນາການຕ້ອງປະຕິບັດຕາມ. ນັ້ນແມ່ນຫຼັກກໍານົດໃນການສະຫຼຸບ.
ຢູ່ບ່ອນນີ້ A ຮຽກວ່າ: ແມ່ນພື້ນຖານ, B ຮຽກວ່າຜົນເນື່ອງຈິນຕະນາການພຽງພໍແຕ່ຊັດເຈນເມື່ອ:
- ໄປຈາກການຢັ້ງຢືນພື້ນຖານເຖິງຢັ້ງຢືນຜົນເນື່ອງ.
- ໄປຈາກປະຕິເສດຜົນເນື່ອງເຖິງປະຕິເສດພື້ນຖານບັນດາຫຼັກກໍານົດ (1 ) ແລະ ( 2 ) ຢູ່ເທິງນັ້ນແມ່ນບັນດາສິ່ງທີ່ຍ່ອມເປັນໄປຂອງໂລຊິກ.
-------------------------------------------------.
ຄໍາຖາມ2. ການໄຕ່ຕອງແບບອຸປະມານ ແມ່ນແນວໃດ ?
ຕອບ: ການໄຕ່ຕອງແບບອຸປະມານແມ່ນປະເພດໄຕ່ຕອງໜຶ່ງແຕ່ບັນດາຄວາມຮູ້ກ່ຽວກັບບັນດາເຫດການຕ່າງໆທີ່ສະເພາະຕ່າງ ຫາກ, ຈາກບັນດາບົດຮຽນອັນສະເພາະຕ່າງຫາກເຖິງການສັງເຂບເປັນບັນດາຫຼັກມູນຮ່ວມ. ອຸປະມານແບ່ງອອກເປັນ 2 ປະເພດດັ່ງນີ້: ອຸປະມານສົມບູນ ແລະ ອຸປະມານບໍ່ສົມບູນ.
ກ. ອຸປະມານສົມບູນ : ແມ່ນປະເພດອຸປະມານເຊີ່ງຢູ່ໃນບັນດາປະຖົມປັດໄຈ ທີ່ໄດ້ຍົກໃຫ້ເຫັນຄວາມຮັບຮູ້ຕ່າງໆກ່ຽວກັບ
ບັນດາເປົ້າໝາຍສະເພາະຕ່າງຫາກ ທັງໝົດຂອງໝວດເປົ້າໝາຍທີ່ພວມພິຈາລະນາເພື່ອສັງເຂບເປັນຫຼັກມູນລວມ.
ໃນຕົວຈິງແລ້ວ, ການສະຫຼຸບຂອງອຸປະມານນີ້ແມ່ນຖືກຈໍາກັດທີ່ສຸດ, ເພາະມັນພຽງແຕ່ນໍາໃຊ້ໄດ້ສໍາລັບບັນດາໝວດໜຶ່ງຂອງສິ່ງວັດຖຸ( ຫຼື ປະກົດການ ) ທີ່ມີຈໍານວນເປົ້າໝາຍທີ່ມີຂອບເຂດເທົ່ານັ້ນ ແຕ່ໃນຕົວຈິງແມ່ນຮຽກຮ້ອງໃຫ້ຕ້ອງຮັບຮູ້, ຕ້ອງ ສັງເຂບບັນດາໝວດປະກົດການແຕ່ວ່າຈໍານວນປະກົດການພັດຫຼວງຫຼາຍບໍ່ອາດຈະນັບໄດ້, ເຮັດໃຫ້ພວກເຮົາບໍ່ສາມາດນໍາໃຊ້ວິທີອຸປະມານບໍ່ສົມບູນ.
ຂ. ອຸປະມານບໍ່ສົມບູນ: ແມ່ນພາກສ່ວນເຕົ້າໂຮມ S ( ໜວດ S ) ປະກອບມູນພາກທີ່ມີຈໍານວນຫຼວງຫຼາຍ ( ປະກົດການສະເພາະຕ່າງຫາກທີ່ມີຈໍານວນຫຼວງຫຼາຍ ) a,b,c… ຜ່ານການການຄົ້ນຄວ້າເຫັນໄດ້ວ່າເປົ້າໝາຍຈໍານວນໜຶ່ງຂອງໝວດ S ທີ່ຄົ້ນຄວ້າໄດ້ນັ້ນມີລັກສະນະສະເພາະ ແລະ ຍັງບໍ່ທັນຄົ້ນຄວ້າເຫັນເປົ້າໝາຍໃດທີ່ຂື້ນກັບໝວດ S ຫາກບໍ່ມີລັກສະນະຈໍາເພາະ t.
ເປັນຈະແຈ້ງວ່າການສະຫຼຸບນີ້ຍັງບໍ່ທັນມີຄວາມຮັບປະກັນອັນໜັກແໜ້ນເທື່ອ ຄໍາສັບກໍ່ຍັງບໍ່ຖືກລະແວງສົງໄສຢູ່ ເພາະວ່າ, ໃນພາຫຼັງພຽງແຕ່ຄົ້ນຄວ້າເຫັນເປົ້າໝາຍໜຶ່ງທີ່ຂື້ນກັບໝວດ S ແຕ່ຫາກບໍ່ມີລັກສະນະຈໍາເພາະນັ້ນຈະເຮັດໃຫ້ການສະຫຼຸບຂອງການອຸປະມານຈະຖືກບອກປັດ( ຖືກປັດເຂ່ຍ ຫຼື ປະຕິເສດອອກໄປ ). ຍ້ອນແນວນັ້ນດ ການສະຫຼຸບຍັງບໍ່ສົມຄຸນຄ່າດ້ານວິທະຍາສາດເທື່ອ. ມັນພຽງແຕ່ຊ່ວຍໃຫ້ເຈາະຈີ້ມເປີດທິດໃຫ້ແກ່ການຄົ້ນຄວ້າໃຫ້ເຫັນອັນລວມ.
- ຖ້າຫາກຢຸດຢູ່ຄົ້ນຄວ້າຈະເຮັດໃຫ້ການສະຫຼຸບອາດປອມແປງ.
- ການທີ່ເພີ່ມເຕີມຈໍານວນກໍລະນີທີ່ໄດ້ຂື້ນສະຖິຕິກໍ່ບໍ່ອາດຈະແກ້ໄຂບັນຫາຈົນເຖິງກົກຮາກຂອງມັນ ແລະ ກໍ່ບໍ່ອາດຈະແກ້ຂ່າວການຂື້ນສະຖິຕິບັນດາກໍລະນີນັ້ນໄດ້.
- ບັນຫາແມ່ນຢູ່ບ່ອນວ້າຕ້ອງດໍາເນີນການວິເຄາະອະທິບາຍຄໍາສະຫຼຸບນັ້ນເວົ້າຢ່າງອື່ນວ່າ: ຕ້ອງມີການຕັກກະພິນິດ ລັກສະ ນະກົດເກນທີ່ເຊື່ອງຊ້ອນຢູ່ໃນບັນດາກໍລະນີສະເພາະຕ່າງຫາກນັ້ນໃຫ້ໄດ້. ຖ້າຫາກວ່າເຮັດໄດ້ຄືແນວນັ້ນ ມັນຈະເຮັດຄໍາສະຫຼຸບຂອງການອຸປະມານນັ້ນເປັນໜ້າເຊື່ອໃຈໄດ້ນັ້ນແມ່ນການອຸປະມານວິທະຍາສາດ.
ການອຸປະມານວິທະຍາສາດ ແມ່ນວິທີວິທະຍາສາດໜຶ່ງໃນການສະຫຼຸບສັງລວມ, ສັງເຂບພຶດຕິກໍາແນໃສ່ຄົ້ນເຫັນອັນ
ລວມ, ອັນຍ່ອມເປັນໄປ ແລະ ອັນທີ່ເປັນກົດ
-----------------------------------------------------.
ຄໍາຖາມ3. ການພິສູດຕ້ອງໄປຕາມຫຼັກການຫຍັງແດ່ ?
ຕອບ: ການພິສູດຕ້ອງໄປຕາມຫຼັກການກໍານົດ 5 ຫຼັກການກໍານົດ ຄື:
1) ຫຼັກການກໍານົດ1: ກະທູ້ອະພິປາຍໄດ້ກໍານົດຈະແຈ້ງຫຼີກເວັ້ນອັນທີ່ຜິດ ມີສອງຄວາມໝາຍຫຼັກກໍານົດນີ້ໄດ້ຖອດຖອນອອກມາຕາມຄວາມຮຽກຮ້ອງຂອງກົດເກນເປັນດັ່ງດຽວ. ເພາະວ່າ ກະທູ້ອະພິປາຍມີລັກສະນະກໍານົດຈິ່ງສາມາດພິສູດໄດ້. ດັ່ງ ນັ້ນ,ໃນຈິນຕະນາການກ່ອນຈະພິສູດກະທູ້ອະພິປາຍໃດໜຶ່ງກໍ່ຕ້ອງກໍານົດຈະແຈ້ງດ້ານໃນກໍ່ຄືດ້ານນອກຂອງບັນດາຄວາມສໍານຶກ
ທີ່ມີຢູ່ໃນກະທູ້ອະພິປາຍນັ້ນເມື່ອເວລາທີ່ກໍນົດຈະແຈ້ງກະທູ້ອະພິປາຍແລ້ວນັ້ນຈິ່ງຈະສາມາດດໍາເນີນການພິສູດໄດ້.
2) ຫຼັກກໍານົດ 2: ກະທູ້ອະພິປາຍຕ້ອງໄດ້ຮັກສາຕາມຮູບເດີມຂອງມັນໃນຕະຫຼອດຂະບວນວິວັດແຫ່ງການພິສູດ. ຫຼັກກໍານົດນີ້ໄດ້ຖອດຖອນອອກມາຕາມຄວາມຮຽນຮ້ອງຂອງກົດເກນເປັນດັ່ງດຽວ ສີ່ງເຫຼົ່ານີ້ບໍ່ໃຫ້ຜິດກັບກະທູ້ ເລື່ອງໃນວິທີພິສູດ.
3) ຫຼັກກໍານົດ 3 : ບັນດາຫຼັກອ້າງອີງຕ້ອງແມ່ນບັນດາການສັນນິຖານທີ່ຊື່ສັດ ແລະ ມັນບໍ່ໄດ້ຂັດແຍ່ງກັນ.
4) ຫຼັກກໍານົດ 4 : ບໍ່ໄດ້ນໍາໃຊ້ບັນດາຈຸດວິພາກທີ່ຍັງບໍ່ໄດ້ພິສູດ. ເພື່ອເປັນຫຼັກອ້າງອີງບ່ອນວ່າ: ຈຸດວິພາກທີ່ບໍ່ທັນໄດ້ພິສູດນັ້ນ ກະໂຕມັນເອງອາດຈະປອມແປງ. ເພື່ອຫຼັກອ້າງອີງປອມແປງແລ້ວນັ້ນກະທູ້ອະພິປາຍກໍ່ວ່າບໍ່ທັນພິສູດເທື່ອ.
5) ຫຼັກກໍານົດ 5: ບໍ່ໄດ້ມາໃຊ້ບັນດາຫຼັກອ້າງອີງຕາມວົງອ້ອມ. ຫຼັກອ້າງອີງຕາມວົງອ້ອມແມ່ນຫຼັກອ້າງອີງທີ່ກະໂຕມັນເອງພັດໄດ້ພິສູດດ້ວຍວິທີອີງໃສ່ກະທູ້ອະພິປາຍ.
--------------------------------------------------------.
ຄໍາຖາມ 4 : ໃນການພິສູດມີຈັກປະເພດ ?ເນື້ອໃນລະອຽດຂອງມັນມີຄືແນວໃດ ?
ຕອບ: ໃນການພິສູດມີ 2 ປະເພດ ຄື: ບອກປັດ ແລະ ສົມມຸດນິຖານ ມີເນື້ອໃນລະອຽດດັ່ງນີ້:
1) ບອກປັດ( ຖືກປັດເຂ່ຍ ຫຼື ປະຕິເສດອອກໄປ )ແມ່ນ: ວິທີພິສູດໜຶ່ງ ແຕ່ຢູ່ບ່ອນນີ້ພິສູດ ເພື່ອແນໃສ່ຊີ້ໃຫ້ເຫັນລັກສະ ນະປອມແປງຂອງຈຸດວິພາກໃດໜຶ່ງ. ສໍາລັບພວກເຮົາແລ້ວກໍ່ເຫັນວ່າ ຈຸດວິພາກນັ້ນແມ່ນກະທູ້ອະພິປາຍໜຶ່ງທີ່ຕ້ອງບອກປັດ, ແຕ່ສໍາລັບຝ່າຍກົງກັນຂ້າມນັ້ນກະທູ້ອະພິປາຍໜຶ່ງທີ່ຕ້ອງການໄດ້ປົກປັກຮັກສາ ແລະ ຕ້ອງການພິສູດ. ການບອກປັດກໍ່ສະແດງໃຫ້ເຫັນການກະທົບຂອງກົດກນພຽງພໍ. ການບອກປັດແນໃສ່ລັກສະນະປອມແປງຂອງກະທູ້ອະພິປາຍຂອງຝ່າຍກົງກັນຂ້າມ. ບາງເທື່ອພວກເຮົາບໍ່ມີພື້ນຖານພຽງພໍ, ບໍ່ທັນມີກໍາລັງພຽງພໍ ເພື່ອຊີ້ບອກໃຫ້ເຫັນລັກສະນະທີ່ຂາດການຊວນເຊື່ອຂອງການສາທິດຂອງຝ່າຍກົງກັນຂ້າມ.
ການເຮັດຄືແນວນັ້ນ ຮຽກວ່າ: ການຕິທ່ານັ້ນທ່ານີ້ ຢາກຕິທ່ານັ້ນທ່ານີ້ໄດ້ກໍ່ໝາຍຄວາມວ່າ: ຢາກຍົກໃຫ້ເຫັນລັກສະນະທີ່ຂາດຄວາມຊວນເຊື່ອຂອງຈຸດວິພາກຂອງຝ່າຍກົງກັນຂ້າມ, ດັ່ງນັ້ນ ຕ້ອງຄົ້ນເຜີຍອອກໃຫ້ໄດ້, ຕ້ອງຊີ້ແຈງຝ່າຍກົງກັນຂ້າມໄດ້ລະເມີດຫຼັກກໍານົດໂລຊິກໄດ້, ສົມມຸດວ່າ: ຊີ້ແຈງໃຫ້ຝ່າຍກົງກັນຂ້າມໄດ້ລະເມີດກົດເກນເປັນດັ່ງດຽວ, ຫຼັກກໍານົດໃນການໄຕ່ ຕອງ ຫຼືວ່າຝ່າຍກົງກັນຂ້າມໄດ້ນໍາໃຊ້ສັນນິຖານປອມແປງ ເພື່ອເປັນຫຼັກຖານອ້າງອີງໃສ່ຈຸດວິພາກ ເຊີ່ງຍັງບໍ່ທັນພິສູດເປັນຫຼັກຖານອ້າງອີງ ຫຼືວ່າ ຄົ້ນເຜີຍໃຫ້ເຫັນໄດ້ໃນຈໍານວນບັນດາຫຼັກອ້າງອີງທີ່ຝ່າຍກົງກັນຂ້າມນໍາໃຊ້ນັ້ນມີຫຼັກອ້າງອີງທີ່ຂັດແຍ່ງກັນ... ແລະອື່ນໆ, ຄວນເອົາໃຈໃສ່ວ່າຈຸດວິພາກໜຶ່ງທີ່ຖືກຕິທ່ານັ້ນທ່ານີ້ ແຕ່ສີ່ງເຫຼົ່ານັ້ນບໍ່ໝານຄວາມວ່າຈຸດວິພາກນັ້ນໄດ້ຖືກບອກປັດ.
2.) ສົມມຸດນິຖານ: ແມ່ນຢືນຢູ່ຕໍ່ໜ້າເຫດການໃໝ່ໜຶ່ງ ໄດ້ນໍາອອກມາຄວາມຄາດຄະເນກະຕວງຕ່າງໆເພຶ່ອອະພິປາຍເຫດ ການໃໝ່ນັ້ນ. ການຄາດຄະເນກະຕວງເຫຼົ່ານັ້ນຮຽກວ່າສົມມຸດນິຖານ. ໃນຕົວຈິງເພື່ອອະພິປາຍເຫດການໃໝ່ໜຶ່ງ ຈະນໍາອອກມາພຽງແຕ່ມີໜຶ່ງສົມມຸດນິຖານເທົ່ານັ້ນ, ຫາກອາດຈະມີຫຼາຍສົມມຸດນິຖານ ບັນດາສົມມຸດນິຖານນີ້ ຕໍ່ມາອາດຈະຖືກບອກປັດ ຫຼື ຈະໄດ້ຮັບຮອງໄດ້ພິສູດ ແລະ ການເປັນຄວາມຮູ້ໃໝ່. ສົມມຸດນິຖານ ແມ່ນຂອດທີ່ຍ່ອມເປັນໄປໃນຂະບວນວິວັດແຫ່ງການຊອກຫາຄວາມຮູ້ອັນໃໝ່.
- ການບອກປັດສົມມຸດນິຖານ: ແມ່ນການບອກປັັດສົມມຸດນິຖານໄດ້ປະຕິບັດດ້ວນວິທີຄົ້ນເຜີຍບັນດາເຫດການສົມມຸດນິຖານ ກໍ່ໝາຍຄວາມວ່າ ສົມມຸດນິຖານນັ້ນຖືກບອກປັດ. G h ຢູ່ນີ້: G : ແມ່ນສົມມຸດນິຖານ, h: ແມ່ນຜົນເນື່ອງຂອງສົມ ມຸດນິຖານ.
- ພິສູດສົມມູດນິຖານ: ແມ່ນການພິສູດນິຖານເຄີຍເກີດຂື້ນຢ່າງສັບສົນທີ່ສຸດ, ຖ້າວ່າຜົນເນື່ອງຂອງສົມມຸດນິຖານໄດ້ຮັບ ຮອງ, ໄດ້ພິສູດສິ່ງເຫຼົ່ານັ້ນກໍ່ບໍ່ໝາຍຄວາມວ່າສົມມຸດນິຖານໄດ້ຮັບການພິສູດແລ້ວ.
ໃນຕົວຈິງການທີ່ຮອງຮັບ G ເກີດຂື້ນຢ່າງສັບສົນທີ່ສຸດ ເພື່ອພິສູດສົມມຸດນິຖານ G ຊອກຫາວິທີຖອດຖອນຈາກສົມນິ
ຖານ G ບໍ່ແມ່ນມີພຽງເຫດຜົນເນື່ອງດຽວເທົ່ານັ້ນຫາກແມ່ນບັນດາຜົນເນື່ອງຈໍານວນໜຶ່ງ ໃນນັ້ນການເຕົ້າໂຮມບັນດາຜົນເນື່ອງນີ້ແມ່ນເງື່ອນໄຂທີ່ຕ່າງກັນ.
..............................................................................................
ຄໍາຖາມ 2. ສະຫາຍຈົ່ງອະທິບາຍ ແລະ ໃຫ້ຕົວຢ່າງເພື່ອອຍົກໃຫ້ເຫັນພື້ນຖານດ້ານທິດສະດີຄວາມຮຽກຮ້ອງແລະ ຄວາມໝາຍຂອງແຕ່ລະຫຼັກການນັ້ນຄືແນວໃດ ?.
ຕອບ: ອະທິບາຍ ແລະ ຍົກຕົວຢ່າງພື້ນຖານດ້ານທິດສະດີຄວາມຮຽກຮ້ອງ ແລະ ຄວາມໝາຍຂອງແຕ່ລະຫຼັກການມີຄື: ໃນໂລຊິກສັດຈະວິພາກໄດ້ຍົກມານັ້ນມີທັງໝົດ 5 ຫຼັກການພື້ນຖານ ຄື:
1.) ຫຼັກການພາວະວິໄສ :
- ຮຽກຮ້ອງໃຫ້ໃນການຮັບຮູ້ສິ່ງວັດຖຸດ້ວນຖານະທີ່ແມ່ນອັນພາວະວິໄສ, ຄົງຕົວ ແລະ ຂະຫຍາຍຕົວຢູ່ນອກຈິດສໍານຶກອັດຕະວິໄສຂອງຄົນ ມັນຮຽກກຮ້ອງໃຫ້ຕ້ອງພິຈາລະນາສິ່ງວັດຖຸຖືກກັບອັນທີ່ມັນເຄີຍມີມາໃນຕົວຈິງ.
ຫຼັກການພວະວິໄສຮຽກຮ້ອງຍັງໃຫ້ມີລັກສະນະຊື່ສັດໃນການສ່ອງແສງ ຖ້າບໍ່ມີລັກສະນະຊື່ສັດນັ້ນ ກໍ່ບໍ່ອາດມີລັກສະນະພາວະວິໄສໃນການພິຈາລະນາສີ່ງວັດຖຸໄດ້.
- ຄວາມໝາຍຂອງຫຼັກການພາວະວິໄສ :
ດ້ານໜຶ່ງແມ່ນມັນແນໃສ່ຕ້ານກັບທັດສະນະຈິດຕະນິຍົມໃນຂົງເຂດແຫ່ງການຮັບຮູ້.
ດ້ານອື່ນມັນປ້ອງກັນບໍ່ໃຫ້ຈິນຕະນາການຕົກໃສ່ຄວາໃຜິດພາດຍ້ອນອັດຖະພາບນໍາເອົາບັນດາປັດໃຈອັດຕະວິໄສຈໍານວນໜຶ່ງທີ່ບໍ່ເຄີຍມີຢູ່ໃນກະໂຕສິ່ງວັດຖຸນັ້ນເຂົ້າໃນພາວະພາບ. ຖ້າປະຕິບັດຕາມຫຼັກການພາວະວິໄສຈະເປັນການປະກອບສ່ວນເຂົ້າໃນການຕ້ານພະຍາດອັດຕະວິໄສຖືເຈດຈໍານົງເປັນໃຫຍ່ ຫຼັກການຫຼັກການພາວະວິໄສຍັງມີຄວາມໝາຍຕ້ານລັດທິພາວະວິໄສ.
2.) ຫຼັກການຮອບດ້ານ :
+ ຫຼັກການຮອບດ້ານ ຮຽກຮ້ອງໃຫ້ການຮັບຮູ້ວັດຖຸດ້ວຍຖານະທີ່ເປັນສົມບູນພາບໜຶ່ງ ຂອງບັນດາດ້ານ,ບັນດາລັກສະ ນະຈໍາເພາະ, ບັນດາສາຍກ່ຽວພັນທັງໝົດຢູ່ໃນກະໂຕສິ່ງວັດຖຸ ແລະ ລະຫວ່າງສິ່ງວັດຖຸອື່ນ ກັບສະພາບແວດລ້ອມຢູ່ອ້ອມຂ້າງ.
ການຮັບຮູ້ທິດສະດີຕ້ອງອະທິບາຍພາວະພາບ… ໃນບັນດາສາຍກ່ຽວພັນຮອບດ້ານຂອງມັນ.
+ ຫຼັກການຮອບດ້ານມີຄວາມໝາຍ: ໃນການກໍ່ສ້າງທັດສະນະຮອບດ້ານ ແລະ ຄົບຊຸດເອົາໃນການເຄື່ອນໄຫວພຶດຕິກໍາ
ເພື່ອຢາກດັດສ້າງສິ່ງວັດຖຸໜຶ່ງ ພວດເຮົາຕ້ອງນໍາໃຊ້ລະບົບບັນດາວິທີອັນແນ່ນອນຢ່າງຄົບຊຸດ.
- ທັດສະນະຮອບດ້ານ ແລະ ຄົບຊຸດ ບໍ່ພຽງແຕ່ບໍ່ປັດເຂ່ຍກໍາຈັດຫາກຮຽກຮ້ອງໃຫ້ແຕ່ລະໄລຍະແຕ່ລະບາດກ້າວເດີນໄປນັ້ນຕ້ອງຄົ້ນຄວ້າເຫັນໃຫ້ຖືກຕ້ອງຂອດທີ່ເປັນຫຼັກແຫຼ່ງຕົ້ນຕໍເພື່ອຈະໄດ້ເຕົ້າໂຮມກໍາລັງແກ້ໄຂ, ເພື່ອເປັນພື້ນຖານໃຫ້ການແກ້ໄຂດ້ານອື່ນອີກດ້ວຍ.
- ມີຄວາມໝາຍໃນການຈໍາກັດພະຍາດເຫັນແຕ່ດ້ານດຽວ,ທິດດຽວ,ກໍາຈັດແບບຄິດຫງໍາງ່າຍດາຍດ້ານດຽວ.
- ໃນການເຄື່ອນໄຫວພຶດຕິກໍານັ້ນຄວນເອົາໃຈໃສ່ຈໍາແນກຮອບດ້ານກັບສາຍກາງ. ຮອບດ້ານຕ່າງກັນຢ່າງຂາດຂັ້ນກັບສາຍກາງເພາະວ່າຄຸນທາດພິເສດຂອງສາຍກາງນັ້ນແມ່ນໃນນາມຂອງທັດສະນະຮອບດ້ານ ເພື່ອສົມທົບຢ່າງບໍ່ມີຫຼັກການ ບັນດາດ້ານເຊິ່ງບັນດາດ້ານນັ້ນທັງທີ່ຈິງບໍ່ອາດສາມາດສົມທົບນໍາກັນໄດ້. ຍ້ອນແນວນັ້ນເອງຕ້ອງຈໍາແນກໃຫ້ໄດ້ການສົມທົບໃດແມ່ນສົມເຫດສົມຜົນ, ສອດຄ່ອງກັບທັດສະນະຮອບດ້ານ ການສົມທົບໃດແມ່ນສາຍກາງ.
3.) ຫຼັກການຂະຫຍາຍຕົວ: ຮຽກຮ້ອງໃຫ້:
- ຕ້ອງພິຈາລະນາສິ່ງວັດຖຸໃນການເຄື່ອນເໜັງ ແລະ ຂະຫຍາຍຕົວຂອງບັນດາກົດເກນຂອງກະໂຕມັນເອງ.
- ຕ້ອງສ່ອງແສງເຂົ້າໃນບັນດາຄວາມສໍານຶກ, ບັນດາຂໍ້ຂັດແຍ່ງສັດຈະວິພາກຂອງສິ່ງວັດຖຸການຫັນປ່ຽນຂອງສິ່ງວັດຖຸອັນໃໝ່ໃນການຂະຫຍາຍຕົວຂອງສິ່ງວັດຖຸ.
- ບັນດາຄວາມສໍານຶກ, ມາດຕະເກນ ບັນດາຫຼັກມູນທິດສະດີຈໍາຕ້ອງໄດ້ຮັບການປະກອບເພີ່ມເຕີມ ແລະ ຂະຫຍາຍໃຫ້ມັນສອດຄ່ອງກັບການເຄື່ອນເໜັງ ແລະ ຂະຫຍາຍຕົວຂອງກະໂຕຄວາມເປັນຈິງ.
- ຫຼັກການຂະຫຍາຍຕົວ ມີຄວາມໝາຍໃນການຈໍາກັດຄວາມຫຼ້າຫຼັງໃນດ້ານທິດສະດີ ໂດຍການປ່ຽນໃຫມ່ຄວາມສໍານຶກປ່ຽນໃໝ່ທິດສະດີ.
- ຫຼັກການນີ້ຍັງກໍາຈັດພະຍາດຮັກສາເດີມ, ຊັກຊ້າກົດໜ່ວງບໍ່ຢາກປ່ຽນແປງໃນຈິນຕະນາການກໍ່ຄືການເຄື່ອນໄຫວພຶດຕິກໍາ
4.) ຫຼັກການພຶດຕິກໍາ : ຮຽກຮ້ອງໃຫ້:
- ພວກເຮົາພິຈາລະນາສິ່ງວັດຖຸນັ້ນຕ້ອງຕິດພັນກັບພຶດຕິກໍາ, ຕ້ອງຕິດແທດກັບການຂະຫຍາຍຕົວຂອງພຶດຕິກໍາຢູ່ສະເໝີ ເພື່ອດັດສົມການຮັບຮູ້ ກໍ່ຄືດັດສົມການເຄື່ອນໄຫວໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງພຶດຕິກໍາ.
- ໃຫ້ເອົາພຶດຕິກໍາກວດກາບັນດາຈຸດວິພາກຂອງທິິດສະດີ.
- ໃຫ້ບັນດາຄວາມສໍານຶກຂອງພວກເຮົາກ່ຽວກັບສິ່ງວັດຖຸນັ້ນຕ້ອງໄດ້ຮັບການກໍ່ຮ່າງສ້າງຕົວຂື້ນ, ປະກອບເພີ່ມເຕີມ ແລະ ຂະຫຍາຍຕົວດ້ວຍເສັ້ນທາງພຶດຕິກໍາບົນພື້ນຖານພຶດຕິກໍາ.
- ຫຼັກການພຶດຕິກໍາມີຄວາມໝາຍສໍາຄັນທີ່ສຸດສໍາລັບການກໍາຈັດພະຍາດຄໍາພີຕາຍຕົວ ແລະ ພະຍາດອັດຕະວິໄສທີ່ຖືເຈດຈໍານົງເປັນໃຫຍ່.
5.) ຫຼັກການປະຫວັດສາດ-ຕົວຈິງ ຮຽກຮ້ອງໃຫ້:
- ທີໜຶ່ງ: ເມື່ອພິຈາລະນາສິ່ງວັດຖຸໃດໜຶ່ງຕ້ອງຕິດພັນບັນດາສະພາບແວດລ້ອມທາງດ້ານປະຫວັດສາດ-ຕົວຈິງແຫ່ງການຄົງຕົວຂອງສິ່ງວັດຖຸນັ້ນ, ຈິນຕະນາການຂອງພວກເຮົາພຽງແຕ່ຖືກຕ້ອງໃນເມື່ອເວລາພວກເຮົາໄດ້ຕິດຕາມຢ່າງແທດເຖິງຕໍ່ການປ່ຽນແປງຂອງບັນດາສະພາບແວດລ້ອມປະຫວັດສາດ-ຕົວຈິງຂອງສິ່ງວັດຖຸເທົ່ານັ້ນ.
- ທີສອງ: ເມື່ອຮັບຮູ້ຈຸດວິພາກໃດໜຶ່ງ, ສັດຈະທໍາໃດໜຶ່ງນັ້ນຕ້ອງຕິດພັນກັບສະພາບແວດລ້ອມທາງດ້ານປະຫວັດສາດ-ຕົວຈິງຂອງຈຸດວິພາກນັ້ນ ຂອງສັດຈະທໍານັ້ນ ບໍ່ວ່າສັດຈະທໍາໃດໆກໍ່ພຽງແຕ່ແມ່ນສັດຈະທໍາໃນບັນດາສະພາບແວດລ້ອມແຫ່ງປະຫວັດສາດ-ຕົວຈິງອັນແນ່ນອນຂອງມັນໃນເງື່ອນໄຂທາງເທສະ ແລະ ກາລະອັນແນ່ນອນຂອງມັນ.
- ທີສາມ: ເມື່ອໜູນໃຊ້ບັນດາຫຼັກການທິດສະດີເຂົ້າໃນພຶດຕິກໍານັ້ນ ແມ່ນຢຸດຢູ່ບ່ອນບັນດາແບບຕັ້ງລວມ, ແຜນຮ່າງລວມຫາກຕັ້ງຄິດໄລ່ເຖິງບັນດາເງື່ອນໄຂ, ບັນດາສະພາບແວດລ້ອມທາງດ້ານປະຫວັດສາດ-ຕົວຈິງຂອງການໜູນໃຊ້ນັ້ນ( ຄ້າຍຄືດັ່ງເດີມເມື່ອໜູນໃຊ້ອັນລວມເຂົ້າໃນບັນດາສະພາບແວດລ້ອມອັນສະເພາະຕ່າງຫາກນັ້ນກໍ່ຕ້ອງປະຕິບັດຕາມຄວາມຮຽກຮ້ອງດັ່ງກ່າວ ).
+ ຫຼັກການປະຫວັດສາດ-ຕົວຈິງ ມີຄວາມໝາຍໃນການກໍາຈັດພະຍາດຄໍາພີຕາຍຕົວ ( ໃນທິດສະດີ ແລະ ທັງໃນການເຄື່ອນພຶດຕິກໍາ ).
Ø ສົມທຽບພຶດຕິກໍາ : ( ຍົກເອົາຫຼັກການໃດຫຼັກການໜຶ່ງ ):
Comments
Post a Comment